ພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 61 ປີ, (18 ມິຖຸນາ 1965 – 18 ມິຖຸນາ 2026) ຂອງໂຮງໝໍມະໂຫສົດ

ໃນວັນທີ19 ມິຖຸນາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 - 18 ມິຖຸນາ 2026) ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ.ດຣ. ຊູຊາດ ວົງພະຈັນຜູ້ອຳນວຍການໂຮງໝໍມະໂຫສົດ, ພ້ອມດ້ວຍຄະນະອຳນວຍການ, ອະດີດການນຳ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດແພດໝໍ, ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ພ້ອມທັງຜ່ານບົດລາຍງານສະພາບການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານໂຮງໝໍມະໂຫສົດ ລຸ້ນທີ 25. ຈາກນັ້ນ, ທ່ານ ດຣ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ກໍໄດ້ຂຶ້ນນຳສະເໜີສະພາບລວມ ຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ. ພາຍໃນງານຍັງມີການສະແດງສິລະປະ-ວັນນະຄະດີ ເປັນຕົ້ນແມ່ນ ບົດຟ້ອນ ແລະ ຮ້ອງເພງທີ່ມີບັນຍາກາດຟົດຟື້ນ, ພ້ອມທັງມີການນຳສະເໜີບົດຄົ້ນຄວ້າວິທະຍາສາດທີ່ມີຄຸນຄ່າທາງການແພດ. ໂອກາດນີ້, ຄະນະປະທານກໍໄດ້ໃຫ້ກຽດມອບຂອງຂວັນໃຫ້ແກ່ ອະດີດການນຳພັກ-ລັດ, ພະນັກງານແພດໝໍອາວຸໂສບຳນານ ແລະ ມອບລາງວັນໃຫ້ແກ່ນັກສຳມະນາກອນ ທີ່ຂຶ້ນນຳສະເໜີບົດຄົ້ນຄວ້າວິທະຍາສາດ, ທີມງານສິລະປະ, ຕະຫຼອດຮອດພະນັກງານດີເດັ່ນ ຂອງໂຮງໝໍມະໂຫສົດ ເພື່ອເປັນການຍ້ອງຍໍ ແລະ ສ້າງຂະບວນການໃຫ້ຟົດຟື້ນ.

ວັນສາທາລະນະສຸກລາວ (ວັນແພດລາວ) ກົງກັບວັນທີ 18 ມິຖຸນາ ຂອງທຸກໆປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ, ຖືກກຳນົດຂຶ້ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ທັງເປັນການປຸກລະດົມມວນຊົນ ໃຫ້ເຫັນຄວາມສຳຄັນ, ຄວາມເຂົ້າໃຈ ແລະ ເປັນເຈົ້າການໃນການສົ່ງເສີມການບໍລິການຮັກສາສຸຂະພາບ ຂອງຄອບຄົວ ແລະ ສັງຄົມ, ພ້ອມທັງຈາລຶກບຸນຄຸນຂອງແພດໝໍ ແລະ ພະນັກງານສາທາລະນະສຸກ ທີ່ໄດ້ເສຍສະຫຼະອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ໃນແຕ່ລະໄລຍະ.

ໂຮງໝໍມະໂຫສົດ ຮ່ວມກັບ ມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ. ຈັດກິດຈະກໍາ “ຮອຍຍິ້ມຂອງແມ່-ຄວາມຮັກໃນລາວ ປີ 2026”, ການຜ່າຕັດຟື້ນຟູປາກແຫວ່ງ ແລະ ເພດານໂຫວ່ ໂດຍເສຍຄ່າປິ່ນປົວ (ຟຣີ)

ພິທີສະເຫຼີມສະຫຼອງ ວັນພະຍາບານສາກົນ ວັນທີ 12 ພຶດສະພາ ປະຈຳປີ 2026

ວັນທີ 12 ພຶດສະພາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງວັນພະຍາບານສາກົນ ປະຈຳປີ 2026 ເພື່ອເປັນການລະນຶກ ແລະ ຮູ້ບຸນຄຸນເຖິງ ທ່ານ ນ. ຟໍເຣັນສ ໄນຕິງເກລ ເຊິ່ງເປັນຜູ້ໃຫ້ກໍາເນີດວິຊາຊີບພະຍາບານ. ໂດຍການເປັນປະທານຂອງ ທ່ານ . ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ສາມອົງການຈັດຕັ້ງມະຫາຊົນ, ໂຮງໝໍສູນກາງ, ວິທະຍາໄລ ວິທະຍາສາດສຸຂະພາບ, ຜູ້ຕາງໜ້າອົງການ JICA,  ຄະນະພະແນກ,ຄະນະຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ທ່ານ . ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ແລະ ການພັດທະນາຂອງພະຍາບານວັນພະຍາບານສາກົນ, ຄະນະພະແນກພະຍາບານໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວກິດຈະກໍາຂອງພະຍາບານ, ໂຮງໝໍມະໂຫສົດ ໃນປີ 2025-2026 ເຊັ່ນ: ກວດກັນກອງພະຍາດເບົາຫວານ, ວັດແທກຄວາມດັນເລືອດ, ຄິດໄລ່ການດຸ່ນດ່ຽງຄວາມສົມບູນຂອງຮ່າງກາຍ (BMI) ໃກ້ແກ່ພະນັກງານ ແລະ ຜູ້ມາຮັບບໍລິການ, ສິດສອນນັກຮຽນຢູ່ໂຮງຮຽນປະຖົມສົມບູນທາດຂາວ ໃນການອະນາໄມຜົ້ງປາກ, ຖູແຂ້ວ, ການລ້າງມື, ການທຳຄວາມສະອາດເລັບມື ແລະ ການຕັດເລັບ ເປັນຕົ້ນ.
ທ່ານປະທານໄດ້ກ່າວມີຄໍາເຫັນ, ພະຍາບານແມ່ນດ່ານໜ້າທີ່ຢູ່ກັບຄົນເຈັບຕະຫຼອດເວລາພວກເຂົາບໍ່ພຽງແຕ່ປິ່ນປົວທາງຮ່າງກາຍ ແຕ່ຍັງເປັນທີ່ເເພິ່ງທາງຈິດໃຈໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ, ໂດຍສະເພາະທ່ານໝໍ ແລະ ພະຍາບານປຽບເໝືອນ ແຂນຊ້າຍ-ແຂນຂວາ ທີ່ຂາດກັນບໍ່ໄດ້,ທ່ານໝໍເປັນຜູ້ວາງແຜນການປິ່ນປົວ ພະຍາບານແມ່ນຜູ້ປະຕິບັດ, ຕິດຕາມ ແລະ ເຝົ້າລະວັງ ເພື່ອເຮັດໃຫ້ຄົນເຈັບຫຼຸດພົ້ນຈາກຄວາມເຈັບປວດ ຫຼື ພະຍາດກາຍມາເປັນຄົນທີ່ມີສຸຂະພາບແຂງແຮງ, ສາມາດໍາລົງຊີວິດໃນສັງຄົມຢ່າງປົກກະຕິ ແລະ ມີຄຸນນະພາບຊີວິດທີ່ດີ ພາຍໃຕ້ຄຳຂັນ ວັນພະຍາບານສາກົນ ປີ 2026 “ພະຍາບານຄື ອານາຄົດ, ພະລັງການພະຍາບານ ຄື ການຊ່ວຍຊີວິດ”.

ພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ,ໂຮງໝໍມະໂຫສົດ.

ວັນທີ 28 ພຶດສະພາ 2026, ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026, ໂຮງໝໍມະໂຫສົດ ພາຍໃຕ້ຄຳຂັວນ: ຮັກເດັກ, ຮັກຊາດ, ຮັກຕົ້ນໄມ້ ແລະ ເອົາໃຈໃສ່ສິ່ງແວດລ້ອມ. ໃຫ້ກຽດການເປີດພິທີຂອງ ທ່ານ ປອ.ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະຂະແໜງ,ພະນັກງານແພດໝໍ-ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

          ທ່ານ ປອ.ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ເລົ່າມູນເຊື້ອຄວາມເປັນມາຂອງວັນເດັກນ້ອຍສາກົນ. ພິທີດັ່ງກ່າວ ໄດ້ຈັດຂຶ້ນເພື່ອເປັນການສະແດງເຖິງຄວາມຮັກ, ຄວາມເອົາໃຈໃສ່ ແລະ ການປົກປ້ອງສິດທິຂອງເດັກນ້ອຍເຊິ່ງເປັນໜໍ່ແໜງຂອງຊາດ,ມີກິດຈະກຳສະແດງຄວາມກ້າຫານ ແລະ ຄວາມສາມາດເພື່ອໃຫ້ເດັກນ້ອຍໄດ້ຮ່ວມມ່ວນຊື່ນ, ສ້າງຮອຍຍິ້ມ ແລະ ສີສັນພາຍໃນໂຮງໝໍ, ຍັງມີການໃຫ້ຄວາມຮູ້ແກ່ເດັກນ້ອຍໃນການກິນອາຫານແບບໃດຈຶ່ງບໍ່ອ້ວນ, ການຈັດການກັບເດັກຕິດຈໍ, ການຮັກສາສຸຂະພາບຕາ ແລະ ການຖູແຂ້ວໃຫ້ຖຶກວິທີ. ພ້ອມກັນນັ້ນ, ຄະນະນຳໂຮງໝໍມະໂຫສົດ ພ້ອມດ້ວຍທີມງານແພດໝໍ ໄດ້ລົງຢ້ຽມຢາມ ເດັກນ້ອຍທີ່ນອນປິ່ນປົວຢູ່ຕາມຕຶກຕ່າງໆ ພ້ອມທັງມອບເຂົ້າໜົມ ເພື່ອສ້າງຂວັນກຳລັງໃຈໃຫ້ແກ່ນ້ອງໆ ໃຫ້ມີສຸຂະພາບແຂງແຮງ ແລະ ຫາຍດີໄວໆ.

ກິດຈະກຳປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026, ໂຮງໝໍມະໂຫສົດ.

ໃນວັນທີ 28 ພຶດສະພາ 2026, ໂຮງໝໍມະໂຫສົດ, ໄດ້ຈັດກິດຈະກຳປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂຶ້ນຢ່າງເປັນຂະບວນການຟົດຟື້ນ ໂດຍໄດ້ຮັບກຽດຈາກ ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ເລຂາຄະນະພັກຮາກຖານ ແລະ ຜູ້ອຳນວຍການໂຮງໝໍມະໂຫສົດ ເປັນປະທານພິທີ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຂອງໂຮງໝໍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດດັ່ງກ່າວ ໄດ້ຮ່ວມກັນປູກຕົ້ນດອກເຈ້ຍ ແລະ ຕົ້ນໄມ້ກິນໝາກ ລວມທັງໝົດ 91 ຕົ້ນ ເພື່ອປະດັບພູມີທັດໃຫ້ສວຍງາມ ສະອາດ ຮົ່ມເຢັນ ແລະ ສົ່ງເສີມການອະນຸລັກສິ່ງແວດລ້ອມ. ພິເສດຢ່າງຍິ່ງ ໂຮງໝໍມະໂຫສົດ ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງສູງຕໍ່ ທ່ານ ຄຳພອນ ພຸດທະວົງ ອະດີດຮອງເລຂາຄະນະພັກ ແລະ ອະດີດຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະທີມງານຈາກກະຊວງສາທາລະນະສຸກ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກິດຈະກຳປູກຕົ້ນດອກເຈ້ຍ ໃນລະຫວ່າງເດີນທາງມາກວດສຸຂະພາບທີ່ໂຮງໝໍ. ຕົ້ນໄມ້ທີ່ໄດ້ຮ່ວມປູກໃນຄັ້ງນີ້ຈະເປັນສິລິມຸງຄຸນ ແລະ ເປັນທີ່ລະນຶກອັນດີງາມ ປະດັບໄວ້ຄູ່ກັບໂຮງໝໍມະໂຫສົດຕະຫຼອດໄປ.

ພິທີ ປະກາດພະນັກງານ-ລັດຖະກອນ ພັກການ-ຮັບອຸດໜູນບຳນານ ງວດ II ປີ 2026, ໂຮງໝໍມະໂຫສົດ.

ວັນທີ 23 ເມສາ 2026, ໄດ້ຈັດພິທີ ປະກາດພະນັກງານ-ລັດຖະກອນ ພັກການ-ຮັບອຸດໜູນບຳນານ ງວດ II ປີ 2026, ໂຮງໝໍມະໂຫສົດ, ໂດຍການເປັນປະທານຂອງ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ເຊິ່ງມີພາກສ່ວນຕ່າງເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະຂະແໜງ ແລະ ວິຊາການກໍ່ໄດ້ເຂົ້າຮ່ວມ.

         ໃນພິທີດັ່ງກ່າວ, ທ່ານປະທານຍັງໄດ້ກ່າວມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍພະນັກງານ-ລັດຖະກອນ ທີ່ໄດ້ຮັບອຸດໜູນບໍຳນານ ເຊິ່ງໄດ້ເສຍສະຫຼະປະກອບສ່ວນອຸດທິເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດທີ່ຖຶກມອບໝາຍມີຜົນສຳເລັດຢ່າງຈົບງາມ ແລະ ກາຍເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານລຸ້ນຫຼັງ, ໂຮງໝໍມະໂຫສົດ.

ການບໍລິການກວດເຊັກສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ ຫ້ອງວ່າການສູນກາງພັກ, ວັນທີ 06 ພຶດສະພາ 2026.

ວັນທີ 06 ພຶດສະພາ 2026, ໂຮງໝໍມະໂຫສົດ ໄດ້ໃຫ້ການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ແກ່ພະນັກງານ ຫ້ອງວ່າການສູນກາງພັກ ຈຳນວນ 235 ທ່ານ, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ໃຫ້ກຽດການເປີດພິທີໂດຍ ທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານ ປອ.. ຊູຊາດ ວົງພະຈັນ ກຳມະການພັກກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມະໂຫສົດ, ບັນດາສະຫາຍນະພັກ, ຄະນະນຳ, ຄະນະຮັບຜິດຊອບ, ຄະນະແພດໝໍ ແລະ ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກກໍ່ໄດ້ເຂົ້າຮ່ວມ. ໃນການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ, ກວດວິເຄາະເລືອດ, ວັດແທກສາຍຕາ, ເອໂກຜົ້ງທ້ອງ ແລະ ເອັກສະເລປອດ (ຮູບພາບ-ລັງສີ) ແລະ  ແທກຄື້ນຫົວໃຈ. ຫຼັງຈາກໄດ້ຮັບການບໍລິການກວດສຸຂະພາບສຳເລັດແລ້ວ ໂຮງໝໍມະໂຫສົດ ແມ່ນຈະໄດ້ເຮັດປື້ມສະຫຼຸບການກວດ ແລະ ໃບຍັ້ງຢືນສຸຂະພາບໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີມງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆທາງພາກລັດ ແລະ ເອກກະຊົນ ພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.

ພິທີປ່ອນບັດເລືອດຕັ້ງ ສະມາຊິກສະພາແຫ່ງຊາດ ສະໄໝທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ສະໄໝທີ V.

ວັນທີ 22 ກຸມພາ 2026, ທີ່ໂຮງໝໍມະໂຫສົດ ໄດ້ມີການຈັດພິທີປ່ອນບັດເລືອດຕັ້ງສະມາຊິກສະພາແຫ່ງຊາດ ສະໄໝທີ X ແລະ ສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ ສະໄໝທີ V. ໂດຍການເປັນປະທານຂອງການປ່ອນບັດເລືອກຕັ້ງຄັ້ງນີ້ແມ່ນ ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ເຊີ່ງມີພາກສ່ວນຕ່າງໆເຂົ້າຮ່ວມການປ່ອນບັດເລືອກຕັ້ງ ເຊັ່ນ: ຄະນະພັກ, ຄະນະອຳນວຍການ, ພະນັກງານໂຮງໝໍມະໂຫສົດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ມານຳໃຊ້ບໍລິການຢູ່ໂຮງໝໍ.

ພິທີໄວ້ອາໄລ ແລະ ລະນຶກເຖິງ​ຄຸນ​ງາມຄວາມດີຂອງ ທ່ານ Professor Sir Nicholas John White

ວັນທີ 06 ກຸມພາ 2026, ທີ່ໂຮງໝໍມະໂຫສົດ ໄດ້ມີການຈັດພິທີໄວ້ອາໄລ ແລະ ລະນຶກເຖິງຄຸນງາມຄວາດີຂອງ ທ່ານ Professor Sir Nicholas John White ອະດິດປະທານໜ່ວຍງານຄົ້ນຄ້ວາ ອາຊີຕາເວັນອອກສຽງໃຕ້ອງ Wellcome Trust. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ຄະນະອຳນວຍການ, ອະດິດລັດຖະມົນຕີກະຊວງສາທາລະນະສຸກ, ອະທິການບໍດີ ວິທະຍາໄລວິທະຍາສາດສຸຂະພາບ, ຫົວໜ້າໂຄງການLOMWRU, ບັນດາຊ່ຽວຊານ, ທ່ານໝໍ, ພະຍາບານ ແລະ ວິຊາການຂອງໂຮງໝໍມະໂຫສົດກໍ່ໄດ້ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງຄອບຄົວ, ເພື່ອນຮ່ວມງານ ແລະ ວົງການແພດສາກົນ ຕໍ່ກັບການຈາກໄປຂອງ ທ່ານ Professor Sir Nicholas John White ນັກວິຊາການທີ່ຊົງຄຸນຄ່າ, ເຊິ່ງທ່ານໄດ້ອຸທິດກຳລັງກາຍກຳລັງໃຈ ແລະ ສະຕິປັນຍາເພື່ອພັດທະນາກວຽກງານດ້ານວິຊາການ, ຖອດຖອນຄວາມຮູ້, ປະສົບການ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ແພດໝໍ, ນັກວິໄຈໃຫ້ມີຄວາມສາມາດລະດັບສາກົນ ແລະ ຍັງໄດ້ມີການສ້າງຕັ້ງຫ້ອງວິເຄາະຢູ່ພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ໂດຍການຮ່ວມມືລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU).

ໃນນັ້ນ, ທ່ານ ປອ.ດຣ. ມາຍຟອງ ມາຍຊາຍ ອະທິການບໍດີ ວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ອະດິດລັດລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ກໍ່ໄດ້ຮ່ວມກ່າວໄວ້ອາໄລ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງ ທ່ານ Professor Sir Nicholas John White ທີ່ມີຜົນງານອັນໃຫຍ່ຫຼວງຕໍ່ກັບວົງການສາທາລະນະສຸກ, ສປປ ລາວ.ທ່ານຍັງເປັນຜູ້ບຸກເບີກການສຶກສາ, ຄົ້ນຄວ້າວິທີການປິ່ນປົວພະຍາດ ແລະໄດ້ຊ່ວຍຊິວິດຄົນຫຼາຍລ້ານຄົນໃນທົ່ວໂລກ.

ກິດຈະກຳເພື່ອກການກຸສົນຢູ່ ສປປ ລາວ ພາຍໃຕ້ຫົວຂໍ້: “ເສັ້ນທາງສາຍໄໝແຫ່ງສຸຂະພາບທາງອາກາດ” ຂອງໂຮງໝໍຫູ ຕາ ດັງ ຄໍ ວິທະຍາໄລຟູຕ້ານ ນະຄອນຊຽງໄຮ ສປ ຈີນ ເທິງເຮືອບິນ C909

https://mahosothospital.com/wp-content/uploads/2026/02/WhatsApp-Video-2026-02-14-at-18.03.23.mp4
error:
Scroll to Top