ພິທີເຜີຍແຜ່, ເຊື່ອມຊືມ ເອກະສານສໍາຄັນຕ່າງໆ ຂອງພັກ ຂອງຊາດ

ວັນທີ 17 ກັນຍາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີເຜີຍແຜ່ ແລະ ເຊື່ອມຊຶມເອກະສານສໍາຄັນຕ່າງໆ ຂອງພັກ ແລະ ຂອງຊາດ ຢ່າງເປັນທາງການ ໂດຍແບ່ງອອກເປັນ 02 ຕອນ (ເຊົ້າ-ແລງ) ເພື່ອຍົກສູງລະດັບຄວາມຮັບຮູ້, ຄວາມເຂົ້າໃຈ ແລະ ດ້ານແນວຄິດການເມືອງໃຫ້ແກ່ພະນັກງານ-ລັດຖະກອນ. ໃຫ້ກຽດການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ປອ.ດຣ. ຊູຊາດ ວົງພະຈັນ ກໍາມະການພັກກະຊວງສາທາລະນະສຸກ, ເລຂາຄະນະພັກ, ຄະນະປະຈໍາພັກ, ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ສະຫາຍ ດຣ. ໄຊຊະນະ ສົມບັນດິດ ຮອງເລຂາຄະນະພັກຮາກຖານ, ຄະນະປະຈໍາພັກ, ຮອງຜູ້ອໍານວຍການໂຮງໝໍມະໂຫສົດ. ເຊິ່ງມີບັນດາ: ຄະນະພັກ, ຄະນະໜ່ວຍພັກ, ສະມາຊິກພັກສໍາຮອງ ແລະ ສົມບູນ, ຄະນະພະແນກ, ຄະນະຂະແໜງ ແລະ ຕະຫຼອດຮອດພະນັກງານວິຊາການພາຍໃນໂຮງໝໍເຂົ້າຮ່ວມຢ່າງພ້ອມພຽງ.
ເຊິ່ງມີເອກະສານສໍາຄັນຕ່າງໆ ຈໍານວນ 07 ສະບັບ:
1.     ມະຕິ ຄົບຄະນະ ຄັ້ງທີ 03 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII;
2.     ວັນລັດຖະທໍາມະນູ ແຫ່ງ ສປປ ລາວ;
3.     ບົດແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດເອກະສານ ຂອງພັກປະຊາຊົນປະຕິວັດລາວ;
4.     ວັນຍຶດອໍານາດທົ່ວປະເທດ ສປປ ລາວ;
5.     ຄໍາສັ່ງ ວ່າດ້ວຍ ການຕັ້ງຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານຈັດຕັ້ງທົ່ວປະເທດ;
6.     ມະຕິ ວ່າດວ້ຍ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ;
7.     ທິດຊີ້ນໍາ ກ່ຽວກັບການສ້າງລະບຽບ ແລະ ກົນໄກການເຮັດວຽກ ຂອງກະຊວງສາທາລະນະສຸກ.

          ການເຜີຍແຜ່ ແລະ ເຊື່ອມຊືມ ເອກະສານສໍາຄັນໃນຄັ້ງນີ້, ມີຈຸດປະສົງ ເພື່ອຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເຖິງເນື້ອໃນຄວາມໝາຍຄວາມສໍາຄັນ ຂອງມະຕິກອງປະຊຸມ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 03 ສະໄໝທີ XII ແລະ ເອກະສານສໍາຄັນ ຂອງພັກ ຂອງຊາດ. ພ້ອມກັນນັ້ນ, ຈະເປັນການສ້າງຄວາມເອກະພາບທາງດ້ານແນວຄິດ, ການຮັບຮູ້ ແລະ ການປະຕິບັດພາຍໃນບັນດາຄະນະພັກ, ຄະນະພະແນກ ຂອງໂຮງໝໍເພື່ອນໍາເອົາມະຕິແນວທາງໄປເຜີຍແຜ່ຕໍ່ໃຫ້ສະມາຊິກພັກ, ພະນັກງານ ແລະ ນໍາໄປປະຕິບັດໃຫ້ເກີດຜົນຮູບປະທໍາ.
ພິທີໃນຄັ້ງນີ້, ຖືເປັນບາດສໍາຄັນໃນການເສີມສ້າງຄວາມສາມັກຄີ, ເອກະພາບພາຍໃນ ແລະ ຍົກສູງຄວາມຮັບຮູ້ ໃນການນໍາເອົາມະຕິ ແລະ ເອກະສານສໍາຄັນຕ່າງໆໄປຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບໜ້າທີ່ຫານເມືອງ ແລະ ວຽກງານຂອງໂຮງໝໍມະໂຫສົດ.

error:
Scroll to Top