ທ່ານດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວມີຄຳເຫັນ, ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນແລະກ່າວເປີດງານສະເຫຼີມສະຫຼອງຢ່າງເປັນທາງການ, ພາຍໃນງານຍັງມີພາກສ່ວນຕ່າງໆກ່າວມີຄຳເຫັນເຊັນ: ທ່ານດຣ. ໄຊຊະນະສົມບັນດິດຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານProfessor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU, ທ່ານ Assco. Professor Weerapong Phumratanaprapin ອະທິການບໍດີຄະນະພາກວິຊາການແພດເຂດຮ້ອນມະຫາວິທະຍາໄລມະຫິດົນ, ທ່ານ Professor Richard Cornall ຜູ້ອໍານວຍການ Nuffield Department of Medicine, ມະຫາວິທະຍາໄລອ໋ອກຝອດແລະທ່ານນ. Maggy Chan ຜູ້ບໍລິຫານສູງສຸດຂອງ Wellcome Trust.
ໃນນັ້ນທ່ານ Professor Paul Newton ອະດີດຜູ້ອຳນວຍການໂຄງການ LOMWRU ໄດ້ສະເໜີປະຫວັດຄວາມເປັນມາຂອງໂຄງການຄົ້ນຄວ້າ ແລະ ວຽກງານໃນໄລຍະ 20 ປີ ທີ່ຜ່ານມາທ່ານເພິ່ນໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ, ຈາກນັ້ນ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ສະເໜີບົດລາຍງານການຈັດຕັ້ງປະຕິບັດແລະ ແຜນໃນອະນາຄົດ ຂອງໂຄງການຄົ້ນຄວ້າ, ທ່ານ ນ. ມະນີວັນວົງສຸຫວັດຫົວໜ້າພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ລາຍງານການຮ່ວມມື ແລະຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ. ທ່ານ Professor Nicholas Day ຜູ້ອຳນວຍການໂຄງການ MORU ໄດ້ສະເໜີບົດການສ້າງເຄື່ອຂ່າຍການຄົ້ນຄ້ວາແບບຍືນຍົງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ແລະທ່ານປອ.ດຣ. ມາຍຟອງມາຍຊາຍ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບສະເໜີບົດຄົ້ນຄ້ວາວິທະຍາສາດແລະການຄົ້ນຄ້ວານະວັດຕະກຳໃນໄລຍະຜ່ານມາໃນສປປລາວ.
ວັນທີ12ພະຈິກ 2025ທີ່ໂຮງໝໍມະໂຫສົດ, ອົງການKorea Foundation for International Heealthcare (KOFIH) – Dr LEE Jong-wook Memorial Fundໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 19,720 USD (ສິບເກົ້າພັນເຈັດຮ້ອຍຊາວໂດລາສະຫາລັດ) ໃຫ້ແກ່ໂຮງໝໍມະໂຫສົດ, ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍ, ໂດຍໃຫ້ກຽດການມອບ-ຮັບໃນຄັ້ງນີ້, ແມ່ນໂດຍທ່ານດຣ. ໄຊຊະນະສົມບັນດິດຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະທ່ານWonseok Park The Country Representative of KOFIH Laos Office, ໃນໄລຍະຜ່ານມາທາງອົງການ KOFIH ໄດ້ໃຫ້ທຶນສະໜັບສະໜູນການສຶກສາໃນແຕ່ລະປີໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ແກ່ບຸກຄະລາກອນແພດໝໍແລະພະຍາບານ, ໂຮງໝໍມະໂຫສົດ.