ພິທີສະເຫຼີມສະຫຼອງ ວັນພະຍາບານສາກົນ ວັນທີ 12 ພຶດສະພາ ປະຈຳປີ 2026

ວັນທີ 12 ພຶດສະພາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງວັນພະຍາບານສາກົນ ປະຈຳປີ 2026 ເພື່ອເປັນການລະນຶກ ແລະ ຮູ້ບຸນຄຸນເຖິງ ທ່ານ ນ. ຟໍເຣັນສ ໄນຕິງເກລ ເຊິ່ງເປັນຜູ້ໃຫ້ກໍາເນີດວິຊາຊີບພະຍາບານ. ໂດຍການເປັນປະທານຂອງ ທ່ານ . ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ສາມອົງການຈັດຕັ້ງມະຫາຊົນ, ໂຮງໝໍສູນກາງ, ວິທະຍາໄລ ວິທະຍາສາດສຸຂະພາບ, ຜູ້ຕາງໜ້າອົງການ JICA,  ຄະນະພະແນກ,ຄະນະຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ທ່ານ . ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ແລະ ການພັດທະນາຂອງພະຍາບານວັນພະຍາບານສາກົນ, ຄະນະພະແນກພະຍາບານໄດ້ຂຶ້ນຜ່ານຜົນງານການເຄື່ອນໄຫວກິດຈະກໍາຂອງພະຍາບານ, ໂຮງໝໍມະໂຫສົດ ໃນປີ 2025-2026 ເຊັ່ນ: ກວດກັນກອງພະຍາດເບົາຫວານ, ວັດແທກຄວາມດັນເລືອດ, ຄິດໄລ່ການດຸ່ນດ່ຽງຄວາມສົມບູນຂອງຮ່າງກາຍ (BMI) ໃກ້ແກ່ພະນັກງານ ແລະ ຜູ້ມາຮັບບໍລິການ, ສິດສອນນັກຮຽນຢູ່ໂຮງຮຽນປະຖົມສົມບູນທາດຂາວ ໃນການອະນາໄມຜົ້ງປາກ, ຖູແຂ້ວ, ການລ້າງມື, ການທຳຄວາມສະອາດເລັບມື ແລະ ການຕັດເລັບ ເປັນຕົ້ນ.
ທ່ານປະທານໄດ້ກ່າວມີຄໍາເຫັນ, ພະຍາບານແມ່ນດ່ານໜ້າທີ່ຢູ່ກັບຄົນເຈັບຕະຫຼອດເວລາພວກເຂົາບໍ່ພຽງແຕ່ປິ່ນປົວທາງຮ່າງກາຍ ແຕ່ຍັງເປັນທີ່ເເພິ່ງທາງຈິດໃຈໃຫ້ແກ່ຄົນເຈັບ ແລະ ພີ່ນ້ອງຄົນເຈັບ, ໂດຍສະເພາະທ່ານໝໍ ແລະ ພະຍາບານປຽບເໝືອນ ແຂນຊ້າຍ-ແຂນຂວາ ທີ່ຂາດກັນບໍ່ໄດ້,ທ່ານໝໍເປັນຜູ້ວາງແຜນການປິ່ນປົວ ພະຍາບານແມ່ນຜູ້ປະຕິບັດ, ຕິດຕາມ ແລະ ເຝົ້າລະວັງ ເພື່ອເຮັດໃຫ້ຄົນເຈັບຫຼຸດພົ້ນຈາກຄວາມເຈັບປວດ ຫຼື ພະຍາດກາຍມາເປັນຄົນທີ່ມີສຸຂະພາບແຂງແຮງ, ສາມາດໍາລົງຊີວິດໃນສັງຄົມຢ່າງປົກກະຕິ ແລະ ມີຄຸນນະພາບຊີວິດທີ່ດີ ພາຍໃຕ້ຄຳຂັນ ວັນພະຍາບານສາກົນ ປີ 2026 “ພະຍາບານຄື ອານາຄົດ, ພະລັງການພະຍາບານ ຄື ການຊ່ວຍຊີວິດ”.

error:
Scroll to Top