ວັນທີ 28 ພຶດສະພາ 2026, ໄດ້ຈັດພິທີສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026, ໂຮງໝໍມະໂຫສົດ ພາຍໃຕ້ຄຳຂັວນ: “ຮັກເດັກ, ຮັກຊາດ, ຮັກຕົ້ນໄມ້ ແລະ ເອົາໃຈໃສ່ສິ່ງແວດລ້ອມ”. ໃຫ້ກຽດການເປີດພິທີຂອງ ທ່ານ ປອ.ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະຂະແໜງ,ພະນັກງານແພດໝໍ-ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ທ່ານ ປອ.ດຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ເລົ່າມູນເຊື້ອຄວາມເປັນມາຂອງວັນເດັກນ້ອຍສາກົນ. ພິທີດັ່ງກ່າວ ໄດ້ຈັດຂຶ້ນເພື່ອເປັນການສະແດງເຖິງຄວາມຮັກ, ຄວາມເອົາໃຈໃສ່ ແລະ ການປົກປ້ອງສິດທິຂອງເດັກນ້ອຍເຊິ່ງເປັນໜໍ່ແໜງຂອງຊາດ,ມີກິດຈະກຳສະແດງຄວາມກ້າຫານ ແລະ ຄວາມສາມາດເພື່ອໃຫ້ເດັກນ້ອຍໄດ້ຮ່ວມມ່ວນຊື່ນ, ສ້າງຮອຍຍິ້ມ ແລະ ສີສັນພາຍໃນໂຮງໝໍ, ຍັງມີການໃຫ້ຄວາມຮູ້ແກ່ເດັກນ້ອຍໃນການກິນອາຫານແບບໃດຈຶ່ງບໍ່ອ້ວນ, ການຈັດການກັບເດັກຕິດຈໍ, ການຮັກສາສຸຂະພາບຕາ ແລະ ການຖູແຂ້ວໃຫ້ຖຶກວິທີ. ພ້ອມກັນນັ້ນ, ຄະນະນຳໂຮງໝໍມະໂຫສົດ ພ້ອມດ້ວຍທີມງານແພດໝໍ ໄດ້ລົງຢ້ຽມຢາມ ເດັກນ້ອຍທີ່ນອນປິ່ນປົວຢູ່ຕາມຕຶກຕ່າງໆ ພ້ອມທັງມອບເຂົ້າໜົມ ເພື່ອສ້າງຂວັນກຳລັງໃຈໃຫ້ແກ່ນ້ອງໆ ໃຫ້ມີສຸຂະພາບແຂງແຮງ ແລະ ຫາຍດີໄວໆ.
