ພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 61 ປີ, (18 ມິຖຸນາ 1965 – 18 ມິຖຸນາ 2026) ຂອງໂຮງໝໍມະໂຫສົດ

ໃນວັນທີ19 ມິຖຸນາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ (ວັນແພດລາວ) ຄົບຮອບ 61 ປີ (18 ມິຖຸນາ 1965 - 18 ມິຖຸນາ 2026) ຂຶ້ນຢ່າງເປັນທາງການ. ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ປອ.ດຣ. ຊູຊາດ ວົງພະຈັນຜູ້ອຳນວຍການໂຮງໝໍມະໂຫສົດ, ພ້ອມດ້ວຍຄະນະອຳນວຍການ, ອະດີດການນຳ, ພະນັກງານອາວຸໂສບໍານານ, ຕະຫຼອດຮອດແພດໝໍ, ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ, ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ພ້ອມທັງຜ່ານບົດລາຍງານສະພາບການນຳພາ-ຊີ້ນຳ ຂອງຄະນະບໍລິຫານງານໂຮງໝໍມະໂຫສົດ ລຸ້ນທີ 25. ຈາກນັ້ນ, ທ່ານ ດຣ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ກໍໄດ້ຂຶ້ນນຳສະເໜີສະພາບລວມ ຂອງການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ເພື່ອສະເຫຼີມສະຫຼອງວັນສຳຄັນດັ່ງກ່າວ. ພາຍໃນງານຍັງມີການສະແດງສິລະປະ-ວັນນະຄະດີ ເປັນຕົ້ນແມ່ນ ບົດຟ້ອນ ແລະ ຮ້ອງເພງທີ່ມີບັນຍາກາດຟົດຟື້ນ, ພ້ອມທັງມີການນຳສະເໜີບົດຄົ້ນຄວ້າວິທະຍາສາດທີ່ມີຄຸນຄ່າທາງການແພດ. ໂອກາດນີ້, ຄະນະປະທານກໍໄດ້ໃຫ້ກຽດມອບຂອງຂວັນໃຫ້ແກ່ ອະດີດການນຳພັກ-ລັດ, ພະນັກງານແພດໝໍອາວຸໂສບຳນານ ແລະ ມອບລາງວັນໃຫ້ແກ່ນັກສຳມະນາກອນ ທີ່ຂຶ້ນນຳສະເໜີບົດຄົ້ນຄວ້າວິທະຍາສາດ, ທີມງານສິລະປະ, ຕະຫຼອດຮອດພະນັກງານດີເດັ່ນ ຂອງໂຮງໝໍມະໂຫສົດ ເພື່ອເປັນການຍ້ອງຍໍ ແລະ ສ້າງຂະບວນການໃຫ້ຟົດຟື້ນ.

ວັນສາທາລະນະສຸກລາວ (ວັນແພດລາວ) ກົງກັບວັນທີ 18 ມິຖຸນາ ຂອງທຸກໆປີ ເຊິ່ງເປັນວັນທີ່ມີຄວາມໝາຍຄວາມສຳຄັນທາງປະຫວັດສາດ, ຖືກກຳນົດຂຶ້ນເພື່ອລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນສະໄໝປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ທັງເປັນການປຸກລະດົມມວນຊົນ ໃຫ້ເຫັນຄວາມສຳຄັນ, ຄວາມເຂົ້າໃຈ ແລະ ເປັນເຈົ້າການໃນການສົ່ງເສີມການບໍລິການຮັກສາສຸຂະພາບ ຂອງຄອບຄົວ ແລະ ສັງຄົມ, ພ້ອມທັງຈາລຶກບຸນຄຸນຂອງແພດໝໍ ແລະ ພະນັກງານສາທາລະນະສຸກ ທີ່ໄດ້ເສຍສະຫຼະອຸທິດສະຕິປັນຍາ ແລະ ເຫື່ອແຮງເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ ໃນແຕ່ລະໄລຍະ.

error:
Scroll to Top