ວັນທີ 24 ກໍລະກົດ 2026, ໂຮງໝໍມະໂຫສົດ, ໄດ້ຈັັດພິທີເຜີຍແຜ່, ເຊື່ອມຊືມ ແລະ ປະຖະກະຖາ ເອກະສານສໍາຄັນ ຂອງພັກ ຂອງຊາດ. ໃຫ້ກຽດການເປັນປະທານ ແລະ ເຜີຍແຜ່ໂດຍ ສະຫາຍ ປອ.ດຣ. ຊູຊາດ ວົງພະຈັນ ກໍາມະການພັກກະຊວງສາທາລະນະສຸກ, ເລຂາຄະນະພັກ, ຄະນະປະຈໍາພັກ, ຜູ້ອໍານວຍການໂຮງໝໍມະໂຫສົດ ແລະ ສະຫາຍ ດຣ. ໄຊຊະນະ ສົມບັນດິດ ຮອງເລຂາຄະນະພັກຮາກຖານ, ຄະນະປະຈໍາພັກ, ຮອງຜູ້ອໍານວຍການໂຮງໝໍມະໂຫສົດ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອໍານວຍການ, ຄະນະໜ່ວຍພັກ, ສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ຄະນະຂະແໜງ ແລະ ຕະຫຼອດຮອດພະນັກງານວິຊາການ ພາຍໃນໂຮງໝໍເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ປອ.ດຣ. ຊູຊາດ ວົງພະຈັນ ກໍາມະການພັກກະຊວງສາທາລະນະສຸກ, ເລຂາຄະນະພັກ, ຄະນະປະຈໍາພັກ, ຜູ້ອໍານວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ພ້ອມທັງເຜີຍແຜ່ ເອກະສານກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ແລະ ຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII, ສະບັບເລກທີ 303/ຄຈສພ, ລົງວັນທີ 20 ພຶດສະພາ 2026, ເອກະສານວັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ, ວັນທີ 18 ກໍລະກົດ 1977 – 18 ກໍລະກົດ 2026 ຄົບຮອບ 49 ປີ ແລະ ເອກະສານການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ, ວັນທີ 05 ກັນຍາ 1962 – 05 ກັນຍາ 2026, ຄົບຮອບ 64 ປີ ແລະ ສະຫາຍ ດຣ. ໄຊຊະນະ ສົມບັນດິດ ຮອງເລຂາຄະນະພັກຮາກຖານ, ຄະນະປະຈໍາພັກ, ຮອງຜູ້ອໍານວຍການໂຮງໝໍມະໂຫສົດ ໄດ້ເຜີຍແຜ່ເອກະສານ ວັນເກີດ ປະທານ ສຸພານຸວົງ ວັນທີ 13 ກໍລະກົດ 1909, ຄົບຮອບ 117 ປີ ແລະ ເອກະສານ ການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ສະບັບເລກທີ 347/ຄຈສ, ລົງວັນທີ 19 ມິຖຸນາ 2026.
ພິທີໃນຄັ້ງນີ້ ຈັດຂຶ້ນເພື່ອຍົກສູງລະດັບຄວາມຮູ້, ຄວາມເຂົ້າໃຈ ແລະ ດ້ານແນວຄິດການເມືອງຂອງຄະນະພັກ, ສະມາຊິກພັກ ແລະ ພະນັກງານ-ວິຊາການ ພາຍໃນໂຮງໝໍມະໂຫສົດ ໃຫ້ມີຄວາມເຊື່ອມຊຶມຢ່າງເລິກເຊິ່ງ ເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ໃຫ້ມີຜົນສັກສິດ, ມີລະບຽບວິໄນ ແລະ ເປັນເອກະພາບກັນໃນທົ່ວອົງການຈັດຕັ້ງ.
