ວັນທີ 02 ຕຸລາ 2025 ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຮັບຕ້ອນ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ທ່ານ ນ. ສຸລິພອນ ສຸດາຈັນ ຮອງຫົວໜ້າ ກົມປິ່ນປົວ ແລ ຟື້ນຟູໜ້າທີ່ການ ພ້ອມດ້ວຍທີມງານ ລົງຢ້ຽມຢາມ, ຕິດຕາມກວດກາ ແລະ ຊູກຍູ້ການເຄື່ອນໄຫວການບໍລິການສຸຂະພາບ ຂອງໂຮງໝໍມະໂຫສົດ. ໃນນັ້ນ, ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ລາຍງານ ສະພາບລວມການເຄື່ອນໄຫວການບໍລິການສຸຂະພາບ, ການກຳນົດລາຄາຄ່າປິ່ນປົວໃນໄລຍະຜ່ານມາ ແລະ ສະເໜີຄະນະນຳມີການຍ້ອງຍໍໃຫ້ແກ່ພະນັກງານແພດໝໍ, ພະຍາບານ ຂອງໂຮງໝໍມະໂຫສົດ ທີ່ປະຕິບັດໜ້າທີ່ຮັບໃຊ້ຊາດ. ໃນນັ້ນ ທ່ານ ນ. ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ສະເໜີມີການຍົກລະດັບຂອງພະນັກງານແພດໝໍ ແລະ ພະຍາບານໃຫ້ຫຼາຍຂຶ້ນ ໃນສະຖານທີ່ບໍລິການປິ່ນປົວຂອງລັດ. ການລົງຢ້ຽມຢາມຄັ້ງນີ້ ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍພະນັກງານແພດໝໍ ທີ່ເສຍສະຫຼະປະຕິບັດໜ້າທີ່ ຮັບໃຊ້ບໍລິການທາງດ້ານສຸຂະພາບ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າໃນໄລຍະຜ່ານມາ ແລະ ເຮັດໃຫ້ເກີດຄວາມເພິ່ງພໍ່ໃຈໃນການບໍລິການ.
