ທ່ານ ບຸນຕາ ເທບພະວົງ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ລົງຢ້ຽມຢາມ, ເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການເຄື່ອນໄຫວ ຢູ່ໂຮງໝໍມະໂຫສົດ.

ວັນທີ 02 ຕຸລາ 2025 ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຮັບຕ້ອນ ທ່ານ ບຸນຕາ ເທພະວົງ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ແລະ ທ່ານ . ສຸລິພອນ ສຸດາຈັນ ຮອງຫົວໜ້າ ກົມປິ່ນປົວ ແລ ຟື້ນຟູໜ້າທີ່ການ ພ້ອມດ້ວຍທີມງານ ລົງຢ້ຽມຢາມ, ຕິດຕາມກວດກາ ແລະ  ຊູກຍູ້ການເຄື່ອນໄຫວການບໍລິການສຸຂະພາບ ຂອງໂຮງໝໍມະໂຫສົດ. ໃນນັ້ນ, ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ລາຍງານ ສະພາບລວມການເຄື່ອນໄຫວການບໍລິການສຸຂະພາບ, ານກຳນົດລາຄາຄ່າປິ່ນປົວໃນໄລຍະຜ່ານມາ ແລະ  ສະເໜີຄະນະນຳມີການຍ້ອງຍໍໃຫ້ແກ່ພະນັກງານແພດໝໍ, ພະຍາບານ ຂອງໂຮງໝໍມະໂຫສົດ ທີ່ປະຕິບັດໜ້າທີ່ຮັບໃຊ້ຊາດ. ໃນນັ້ນ ທ່ານ . ສຸລິພອນ ສຸດາຈັນ ຮອງຫົວໜ້າກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ ໄດ້ສະເໜີມີການຍົກລະດັບຂອງພະນັກງານແພດໝໍ ແລະ ພະຍາບານໃຫ້ຫຼາຍຂຶ້ນ ໃນສະຖານທີ່ບໍລິການປິ່ນປົວຂອງລັດ. ການລົງຢ້ຽມຢາມຄັ້ງນີ້ ທ່ານ ບຸນຕາ ເທພະວົງ ກຳມະການສຳຮອງສູນກາງພັກ, ກຳມະການຄະນະປະຈຳ, ປະທານກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ ມີຄຳເຫັນ ແລະ ຍ້ອງຍໍຊົມເຊີຍພະນັກງານແພດໝໍ ທີ່ເສຍສະຫຼະປະຕິບັດໜ້າທີ່ ຮັບໃຊ້ບໍລິການທາງດ້ານສຸຂະພາບ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າໃນໄລຍະຜ່ານມາ ແລະ ເຮັດໃຫ້ເກີດຄວາມເພິ່ງພໍ່ໃຈໃນການບໍລິການ.

error:
Scroll to Top