ພິທິສະເຫຼິມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 60 ປິ

ວັນ​ທີ 20 ມິ​ຖຸ​ນາ 2025 ໂຮງ​ໝໍ​ມະ​ໂຫ​ສົດ ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສາ​ທາ​ລະ​ນະ​ສຸກ​ລາວ ຄົບ​ຮອບ 60 ປີ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ (18 ມິ​ຖຸ​ນາ 1965 – 18 ມິ​ຖຸ​ນາ 2025) ໂດຍ​ມີ ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ

ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ມ​ະ​ໂຫ​ສົດ ພ້ອມ​ດ້ວຍຄະ​ນະ​ອຳ​ນວຍ​ການ, ຄະ​ນະ​ພັກ, ຄະ​ນະ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຄະ​ນະ​ພະ​ແນກ, ພະ​ນັກ​ງານ​ອາ​ວຸ​ໂສ​ບຳ​ນານ, ພະ​ນັກ​ງານ​ແພດ​ໝໍ, ພະ​ຍາ​ບານ ແລະ ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ກໍ່​ໄດ້​ເຂົ້າ​ຮ່ວມ.

          ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ ຜູ້​ອຳ​ນວຍ​ການ​ໂຮງ​ມໍ​ມະ​ໂຫ​ສົດ ໄດ້​ກ່າວ​ວ່າ: ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ວັນ​​ສາ​ທາ​ລະ​ນະ​ສຸກ​ລາວ ແມ່ນ​ກົງ​ກ​ກັບ​ວັນ​ທີ 18 ມິ​ຖຸ​ນາ ຂອງ​ທຸກໆ​ປີ ເຊິ່ງ​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ ໄດ້​ຖຶກ​ກຳ​ນົດ​ຂຶ້ນ

ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ແພດ​ລາວ ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ກໍ​ຄື​ສະ​ໄໝ​ປົກ​ປັກ​ຮັກ​ສາ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເພື່ອ​ປຸກ​ລະ​ດົມ​ມວນ​ຊົນ​ໃຫ້​ເຫັນ​ຄວາມ​ສຳ​ຄັນ, ເຂົ້າ​ໃຈ ແລະ ເປັນ​ເຈົ້າ​ການ​ໃນ​ການ​ສົ່ງ​ເສີມ​ການ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບ​ ຂອງ​ຄອບ​ຄົວ ແລະ ສັງ​ຄົມ ເພື່ອ​ຈາ​ລຶກ​ບຸນ​ຄຸນ​ຂອງແພດ​ໝໍ ແລະ ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ລາວ​

ທີ່​ເສຍ​ສະຫຼະ​ອຸ​ທິ​ສະ​ຕິ​ປັນ​ຍາ ແລະ ເຫືອ​ແຮງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ແຕ່​ລະ​ໄລ​ຍະ

          ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນສາ​ທາ​ລະ​ນະ​ສຸກລາວ ໃນ​ແຕ່​ລະ​ປີ ໂຮງ​ໝໍ​ມະ​ໂຫ​ສົດ ແມ່ນ​ໄດ້​ມີ​ການ​ເຕົ້າ​ໂຮມ​ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມຫຼອງ ຂອງວັນ​ດັ່ງ​ກ່າວ​ໄດ້​ຢ່າງ​ຟົດ​ຟື້ນ ເຊັ່ນ: ມີ​ການ​ຈັດ​ກິດ​ຈະ​ກຳ​ແຂ່ງ​ຂັນ​ກິ​ລາ, ສິ​ລະ​ປະ​ວັນ​ນະ​ຄະ​ດີ, ​ແລະ ແຂ່ງ​ຂັນ​ບົດ​ຄົ້ນ​ຄ້​ວາ​ວິ​​ທະ​ຍາ​ສາດ ທາງ​ດ້ານ​ວິ​ຊາ​ການ​ອັນ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພະ​ແນກ​ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ.

ສະເຫຼີມສະຫຼອງ ວັນແພດລາວ ຄົບຮອບ 60ປີ

ສະເຫຼີມສະຫຼອງ ວັນແພດລາວ ຄົບຮອບ 60ປີ
ກິດຈະກຳ ການກວດຄັດກອງມະເຮັງທໍ່ນ້ຳບີ ຂອງໂຮງໝໍມະໂຫສົດ ຄັ້ງວັນທີ 09/06/2025 ສະຖານທີ່ ຫ້ອງກວດເຂດນອກ ສູນການແພດລະບົບລະລາຍ

ທ່ານໝໍພະແນກ ຫູ ດັງ ຄໍ , ປອດ ແລະ ວາງຢາສະຫຼົບ ຂອງໂຮງໝໍມະໂຫສົດ ໄດ້ສຳເລັດການນຳເອົາເຂັມມຸດ

ວັນ​ທີ 21 ຕຸ​ລາ 2024 ທີມ​ງານ ທ່ານ​ໝໍ​ພະແນກ ຫູ ດັງ ຄໍ , ປອດ ແລະ ວາງ​ຢາ​ສະຫຼົບ ​ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ ໄດ້​​ສຳ​ເລັດ​ການນຳ​ເອົາ​ເຂັມ​ມຸດ ອອກ​ຈາກ​ຫຼອດປອດ​ເບື້ອງ​ຂວາ ຂອງ​ເດັກ​ນ້ອຍ ​ເພດ​ຊາຍ ອາ​ຍຸ 11 ປີ ທີ່​ໄດ້​ອົມຫຼິ້ນ​ແລ້ວສະ​ໝັກ​ລົງເຂົ້າ​ທາງ​ຫຼອດປອດ ສາ​ມາດ​ເອົາອອກໄດ້​ຢ່າງ​ປອດ​ໄພ.

ສູນ​ຫົວ​ໃຈ-ເສັ້ນ​ເລືອດ ໂຮງ​ໝໍ​ມະ​ໂຫ​ສົດ ໄດ້​ສຳ​ເລັດ​ການ​ສິດ​ສີ-ແຍ່​ຍະ ເສັ້ນ​ເລືອດ​ຫົວ​ໃຈ

ວັນ​ທີ 02 ພະ​ຈິກ 2024 ສູນ​ຫົວ​ໃຈ-ເສັ້ນ​ເລືອດ ໂຮງ​ໝໍ​ມະ​ໂຫ​ສົດ ໄດ້​ສຳ​ເລັດ​ການ​ສິດ​ສີ-ແຍ່​ຍະ ເສັ້ນ​ເລືອດ​ຫົວ​ໃຈ ຄົນ​ເຈັບ​ທີ​ເປັນ​ພະ​ຍາດ​ເສັ້ນ​ເລືອດ​ຫົວ​ໃຈ​ຕິບ-​ຕັນ ໂດຍ​ທີມ​ແພດຊ່ຽວ​ຊານ ສູນ​ຫົວ​ໃຈ-ເສັ້ນ​ເລືອດ ໂຮງ​ໝໍ​ມະ​ໂຫ​ສົດ

 

error:
Scroll to Top