ວັນທີ 08 ທັນວາ 2025 ໂຮງໝໍມະໂຫສົດໄດ້ຕ້ອນຮັບ Mr. René LAUER Director of Bilateral Cooperation, Directorate of Coopertion and Humanitarian Action ກະຊວງການຕ່າງເທດລຸກຊຳບວກ ພ້ອມດ້ວຍຄະນະ ແລະ Mr. Thomas LAMMAR Chargé d’affaires a. i., Embassy in Laos, Regional Coopereation Office ພ້ອມດ້ວຍຄະນະ ມາຢ້ຽມຢາມ ສູນຫົວໃຈ-ເສັ້ນເລືອດ, ໂຮງໝໍມະໂຫສົດ. ຕ້ອນຮັບໂດຍທ່ານໄຊຊະນະສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ Dr. Richard Philippe Schneider ຫົວໜ້າອົງການ ADS ປະເທດລຸກຊຳບວກ ພ້ອມດ້ວຍທີມງານ, ທ່ານ ດຣ. ຄຳແພງແກ້ວມະນີວົງ ຫົວໜ້າສູນຫົວໃຈ-ເສັ້ນເລືອດ, ຄະນະສູນ, ຄະນະພະແນກ, ຂະແໜງແລະພາກສ່ວນທີ່ກ່ຽວຂ້ອງ.
ທ່ານ Dr. Richard Philippe Schneider ຫົວໜ້າອົງການ ADS ປະເທດລຸກຊຳບວກໄດ້ລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາຂອງການຮ່ວມມື, ການລົງມາຢ້ຽມຢາມຄັ້ງນີ້ໄດ້ມີການປຶກສາຫາລືການຮ່ວມມືທາງດ້ານວິຊາການກວດບົ່ງມະຕິ, ປິ່ນປົວພະຍາດຫົວໃຈ-ເສັ້ນເລືອດ, ປິ່ນປົວກ້ວຍການຜ່າຕັດຫົວໃຈ, ແລະແຜນການຮ່ວມມືໃນຕໍ່ໜ້າຂອງໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກສປປລາວແລະອົງການ ADS ປະເທດລຸກຊຳບວກ.
ທ່ານດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກກ່າວມີຄຳເຫັນ, ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນແລະກ່າວເປີດງານສະເຫຼີມສະຫຼອງຢ່າງເປັນທາງການ, ພາຍໃນງານຍັງມີພາກສ່ວນຕ່າງໆກ່າວມີຄຳເຫັນເຊັນ: ທ່ານດຣ. ໄຊຊະນະສົມບັນດິດຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານProfessor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU, ທ່ານ Assco. Professor Weerapong Phumratanaprapin ອະທິການບໍດີຄະນະພາກວິຊາການແພດເຂດຮ້ອນມະຫາວິທະຍາໄລມະຫິດົນ, ທ່ານ Professor Richard Cornall ຜູ້ອໍານວຍການ Nuffield Department of Medicine, ມະຫາວິທະຍາໄລອ໋ອກຝອດແລະທ່ານນ. Maggy Chan ຜູ້ບໍລິຫານສູງສຸດຂອງ Wellcome Trust.
ໃນນັ້ນທ່ານ Professor Paul Newton ອະດີດຜູ້ອຳນວຍການໂຄງການ LOMWRU ໄດ້ສະເໜີປະຫວັດຄວາມເປັນມາຂອງໂຄງການຄົ້ນຄວ້າ ແລະ ວຽກງານໃນໄລຍະ 20 ປີ ທີ່ຜ່ານມາທ່ານເພິ່ນໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ, ຈາກນັ້ນ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ສະເໜີບົດລາຍງານການຈັດຕັ້ງປະຕິບັດແລະ ແຜນໃນອະນາຄົດ ຂອງໂຄງການຄົ້ນຄວ້າ, ທ່ານ ນ. ມະນີວັນວົງສຸຫວັດຫົວໜ້າພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ລາຍງານການຮ່ວມມື ແລະຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ. ທ່ານ Professor Nicholas Day ຜູ້ອຳນວຍການໂຄງການ MORU ໄດ້ສະເໜີບົດການສ້າງເຄື່ອຂ່າຍການຄົ້ນຄ້ວາແບບຍືນຍົງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ແລະທ່ານປອ.ດຣ. ມາຍຟອງມາຍຊາຍ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບສະເໜີບົດຄົ້ນຄ້ວາວິທະຍາສາດແລະການຄົ້ນຄ້ວານະວັດຕະກຳໃນໄລຍະຜ່ານມາໃນສປປລາວ.
ວັນທີ12ພະຈິກ 2025ທີ່ໂຮງໝໍມະໂຫສົດ, ອົງການKorea Foundation for International Heealthcare (KOFIH) – Dr LEE Jong-wook Memorial Fundໄດ້ມອບເຄື່ອງອຸປະກອນການແພດມູນຄ່າ 19,720 USD (ສິບເກົ້າພັນເຈັດຮ້ອຍຊາວໂດລາສະຫາລັດ) ໃຫ້ແກ່ໂຮງໝໍມະໂຫສົດ, ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍ, ໂດຍໃຫ້ກຽດການມອບ-ຮັບໃນຄັ້ງນີ້, ແມ່ນໂດຍທ່ານດຣ. ໄຊຊະນະສົມບັນດິດຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະທ່ານWonseok Park The Country Representative of KOFIH Laos Office, ໃນໄລຍະຜ່ານມາທາງອົງການ KOFIH ໄດ້ໃຫ້ທຶນສະໜັບສະໜູນການສຶກສາໃນແຕ່ລະປີໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ແກ່ບຸກຄະລາກອນແພດໝໍແລະພະຍາບານ, ໂຮງໝໍມະໂຫສົດ.