ກວດສຸຂະພາບປະຈຳປີນອກສະຖານທີ່ໃຫ້ແກ່ ລັດວິສາຫະກິດ ໄຟຟ້າລາວ

ວັນທີ 22-24 ທັນວາ 2025 ໂຮງໝໍໂຫສົດ ໄດ້ຮັບການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ໃຫ້ແກ່ ລັດວິສາຫະກິດ ໄຟຟ້າລາວ ຈຳນວນ 759 ທ່ານ. ເຊິ່ງການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ,  ກວດກາເພີ່ມເຕີມ (ກວດເລືອດ), ເອໂກ້ຜົ້ງທ້ອງ (Echography), ເອັກສະເລປອດ (X-ray),  ແທກຄື້ນຫົວໃຈ ແລະ ວັດແທກການໄດ້ຍິນຂອງຫູ. ພາຍຫຼັງ ທີ່ໄດ້ກວດກາທາງດ້ານຮ່າງກາຍ ແລະ ຜົນກວດເລືອດອອກແລ້ວ ແມ່ນຄະນະຮັບຜິດຊອບ ໄດ້ເຮັດໃບຢັ້ງຢືນສຸຂະພາບ ແລະ ສະຫຼຸບຜົນການກວດຕ່າງໆຂອງພະນັກງານ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍແມ່ນມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.

ກິດຈະກຳກວດສຸຂະພາບ ແລະ ກວດຄ່ານ້ຳຕານໃນເລືອດ ໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສະເຫຼີມສະຫຼອງວັນເບົາຫວານໂລກ.

ວັນທີ 21 ພະຈິກ 2025 ໂຮງໝໍມະໂຫສົດ, ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ກວດຄ່ານ້ຳຕານໃນເລືອດ ໂດຍບໍ່ເສຍຄ່າ (ຣີ) ໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສະເຫຼີມສະຫຼອງວັນເບົຫວານໂລກ ໃນວັນທີ 14 ພະຈິກ 2025 ໃຫ້ກຽດການເປີດກິດຈະກຳຄັ້ງນີ້ ໂດຍ ທ່ານ ດ. ໄຊຊະະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານໝໍ, ພະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມ.

ກິດຈະກຳມີການກວດສຸຂະພາບທົ່ວໄປ, ກວດຄວາມດັນເລືອດ, ກວດຄ່ານ້ຳຕານໃນເລືອດ, ກວດຄ່າຄິດໄລ່ການດຸ່ນດ່ຽງຄວາມສົມບູນຂອງຮ່າງກາຍ (BMI) ແລະ ການແນະນຳວິທີນຳໃຊ້ຢາປິ່ນປົວພະຍາດເບົາຫວານ. ເພື່ອໃຫ້ປະຊາຊົນ ແລະ ຜູ້ມາຊ້ບໍລິການໄດ້ເຂົ້າເຖິງຂໍ້ມູນກ່ຽວກັບພະຍາດເບົາຫວານໃນເດັກນ້ອຍ ແລະ ຜູ້ໃຫຍ່ ໃຫ້ຮູ້ຂໍ້ມູນໃນການເບິ່ງແຍງສຸຂະພາບຄົນເຈັບ, ເພື່ອປ້ອງກັນ, ຕິດຕາມ ແລະ ແລະ ຄວບຄຸມການຂະຍາຍຂອງພະຍາດ. ໃນວັນວັນທີ 14 ພະຈິກ ຂອງທຸກໆປີ ແມ່ນວັນທີ່ມີຄວາມໝາຍສຳຄັນເພື່ອລະນຶກເຖິງ ຄົນເຈັບພະຍາດເບົຫວານໃນທົ່ວໂລກກໍ່ຄືຄົນເຈັບເບົາຫວານໃນ ລາວ.

ພິທີເຊັນສັນຍາ ບົດບັນທຶກການຮ່ວມມື (MOU) ທາງດ້ານວິຊາການ ລະຫວ່າງ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ, ສປປ ລາວ ແລະ ມະຫາວິທະຍາໄລ ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ ຮ່ວາງກຽນ, ແຂວງ ຮ່າໂນ່ຍ, ສສ ຫວຽດນາມ.

ວັນທີ 06 ທັນວາ 2025 ໂຮງໝໍມະໂຫສົດ ໄດ້ຈັດພິທີ ເຊັນສັນຍາບົດບັນທຶກການຮ່ວມມື (MOU) ທາງດ້ານວິຊາການ ລະຫວ່າງ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ, ລາວ ແລະ ມະຫາວິທະຍາໄລ  ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ, ຮ່ວາງກຽນ, ແຂວງ ຮ່າໂນ່ຍ, ຫວຽດນາມ.  ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມເຊັ່ນ: ຄະນະອຳນວຍການ ໂຮງໝໍມະໂຫສົດ, ຄະນະອຳນວຍການໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ, ຄະນະພະແນກ, ຄະນະຂະແໜງ, ທີມງານມະຫາວິທະຍາໄລ  ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ ຫວຽດນາມ ແລະ ວິຊາການທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

          ພິທີເຊັນສັນຍາບົດບັນທຶກການຮ່ວມມື ຄັ້ງນີ້ໄດ້ລົງນາມໂດຍ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການ ໂຮງໝໍມະໂຫສົດ ແລະ ທ່ານ ເຍື່ອງ ວັນ ຮຸ່ງ ຜູ້ອຳນວຍການໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ. ທັງ 02 ຝ່າຍ ຕົກລົງເຫັນດີຊ່ວຍເຫຼືອກໍ່ສ້າງດ້ານການແພດ, ການຮ່ວມມືທາງດ້ານວິຊາການ, ຕອບສະໜອງການບໍລິການດ້ານດານແພດທີ່ມີຄຸນນະພາບສູງ, ຊຸກຍູ້ການຮ່ວມມືດ້ານການແພດເພື່ອເພີ່ມທະວີສາຍພົວພັນ  ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດ, ເພື່ອເພີ່ມຄວາມສາມັກຄີ ແລະ ສ້າງສາຍພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ.

ທ່ານ Rene’ LAUER Director of Bilateral Cooperation, Directorate of Coopertion and Humanitarian Action ກະຊວງການຕ່າງເທດລຸກຊຳບວກ ພ້ອມດ້ວຍຄະນະ ຢ້ຽມຢາມ ສູນຫົວໃຈ-ເສັ້ນເລືອດ, ໂຮງໝໍມະໂຫສົດ.

ວັນທີ 08 ທັນວາ 2025 ໂຮງໝໍມະໂຫສົດ ໄດ້ຕ້ອນຮັບ Mr. René LAUER Director of Bilateral Cooperation, Directorate of Coopertion and Humanitarian Action ກະຊວງການຕ່າງເທດລຸກຊຳບວກ ພ້ອດ້ວຍຄະນະ ແລະ Mr. Thomas LAMMAR Chargé d’affaires a. i., Embassy in Laos, Regional Coopereation Office ພ້ອມດ້ວຍຄະນະ ມາຢ້ຽມຢາມ ສູນຫົວໃຈ-ເສັ້ນເລືອດ, ໂຮງໝໍມະໂຫສົດ. ຕ້ອນຮັບໂດຍ ທ່ານ ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ Dr. Richard Philippe Schneider ຫົວໜ້າອົງການ ADS ເທດລຸກຊຳບວກ ພ້ອມດ້ວຍທີມງານ, ທ່ານ . ຄຳແພງ ແກ້ວມະນີວົງ ຫົວໜ້າສູນຫົວໃຈ-ເສັ້ນເລືອດ, ຄະນະສູນ, ຄະນະພະແນກ, ຂະແໜງ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ Dr. Richard Philippe Schneider ຫົວໜ້າອົງການ ADS ປະເທດລຸກຊຳບວກ ໄດ້ລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາຂອງການຮ່ວມມື, ການລົງມາຢ້ຽມຢາມຄັ້ງນີ້ໄດ້ມີການປຶກສາຫາລືການຮ່ວມມື ທາງດ້ານວິຊາການກວດບົ່ງມະຕິ, ປິ່ນປົວພະຍາດຫົວໃຈ-ເສັ້ນເລືອດ, ປິ່ນປົວກ້ວຍການຜ່າຕັດຫົວໃຈ, ແລະ ແຜນການຮ່ວມມືໃນຕໍ່ໜ້າ ຂອງໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ ລາວ ແລະ ອົງການ ADS ປະເທດລຸກຊຳບວກ.

ກິດຈະກຳການຜ່າຕັດສົບແຫວ່ງ-ເພດານໂຫວ່ ໂດຍການຮ່ວມມືລະຫວ່າງ ໂຮງໝໍມະໂຫສົດ, ມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ມູນນິທິ ຮອຍຍີ້ມແມ່ ສປ ຈີນ.

ວັນທີ 20 ພະຈິກ 2025 ໂຮງໝໍມະໂຫສົດ, ຮ່ວມມືກັບ ມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ມູນິທິ ຮອຍຍີ້ມແມ່ ຈີນ (China Women’s Development Foundation), ໄດ້ຈັດພິທີເປີດກິດຈະກຳການຜ່າຕັດສົບແຫວ່ງ-ເພດານໂຫວ່ ຫົວຂໍ້: ‘’ຮອຍຍິ້ມແມ່ ຄວາມຮັກໃນປະເທດລາວ ປີ 2025’’  ໃຫ້ກຽດການເປັນປະທານໂດຍ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ . ພູຄຳ ວົງວິຈິດ ປະທານມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ທ່ານ Han Kai Founder of smile for Mother Project, the sixth National Moral Model ຈີນ. ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປ້ານາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດແຫ່ງ ສປ ລາວ ແລະ ຕ່າງໜ້າຈາກພາກສ່ວນຕ່າງເຂົ້າຮ່ວມເຊັ່ນ: ຄະນະອຳນວຍການ, ກົມປິ່ນປົວ ແລະ ຟື້ນໜ້າທີ່ການ, ກະຊວງການຕ່າງປະເທດ, ທີມງານມູນນິທິຮອຍຍີ້ມແມ່, ພ້ອມດ້ວຍແພດໝໍ, ວິຊາການ ທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມ.

ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ມີຄຳເຫັນ:  ການຈັດຕັ້ງປະຕິບັດ ວຽກງານການຜ່າຕັດສົບແຫວ່ງ-ເພດານໂຫວ່, ໂຮງໝໍມະໂຫສົດ ແມ່ນເລີມຈັດຕັ້ງປະຕິບັດແຕ່ປີ 2005 ເປັນຕົ້ມາ ອາການສົບແຫວ່ງ-ເພດານໂຫວ່ ເປັນຄວາມຜິດປົກກະຕິແຕ່ກຳເນີດ ທີ່ສົ່ງຜົນກະທົບໂດຍກົງຕໍ່ການກິນ, ການເວົ້າ, ການເຕີບໃຫຍ່ ແລະ ສະພາບຈິດໃຈ, ໂດຍສະເພາະເດັກນ້ອຍ ເຂົາເຈົ້າແມ່ນຕ້ອງໄດ້ຮັບການຊ່ວຍເຫຼືອທາງການແພດຢ່າງທັນເວລາ ແລະ ມີມາດຕະຖານຂອງການປິ່ນປົວ. ການຜ່າຕັດຄັ້ງນີ້ມີຄົນເຈັບມາລົງທະບຽນ 54 ກໍລະນີ ແລະ ໄດ້ຮັບການຜ່າຕັດ 40 ກໍລະນີ.

ກິດຈະກຳຄັ້ງນີ້, ແມ່ນການຜ່າຕັດສົບແຫວ່ງ-ເພດານໂຫວ່ ໃຫ້ແກ່ເດັກນ້ອຍຂອບເຂດທົ່ວປະເທດ ແລະ ເປັນການມອບຮອຍຍີ້ມໃໝ່, ຊິວິດໃໝ່, ຄວາມຫັວງ  ແລະ ຟື້ນຟູຮອຍຍີ້ມໃຫ້ແກ່ດັກນ້ອຍ.

ໃນນັ້ນ, ໂຮງໝໍມະໂຫສົດ ຂໍສະແດງຄວາມຮູ້ບຸຄຸນ ແລະ ຂອບໃຈມາຍັງທ່ານປະທານມູນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ທ່ານປະທານມູນນິທິ ຮອຍຍີ້ມແມ່ ສປ ຈີນ ທີ່ສະໜັບສະໜູນ ທາງດ້ານອຸປະກອນແພດ, ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ບຸກຄະລາກອນແພດໝໍ ຂອງໂຮງໝໍມະໂຫສົດໃຫ້ດີຂຶ້ນເທື່ອລະກ້າວ.

ງານສະເຫຼີມສະຫຼອງ ຄົບຮອບ 25 ປີ ຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU).

ວັນທີ 19 ພະຈິກ 2025 ທີ່ໂຮງໝໍມະໂຫສົດ, ໄດ້ຈັດງານສະເຫຼີສະຫຼອງ ຄົບຮອບ 25 ປີ ຂອງໂຄງກາຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU) ໂດຍໃຫ້ກຽດເປັນປະທານໂດຍ ທ່ານ . ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງມີຜູ້ເຂົ້າຮ່ວມເຊັ່ນ: ຄະນະອຳນວຍການໂຮງໝໍມະໂຫສົດ, ການໂຄການ LOMWRU, ມະຫາວິທະຍາໄລອ໋ອກຝອດ, ແວວຄຳຕຼັ, ໂຄງການ MORU, ມະຫາວິທະຍາໄລມະຫິດົນ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງໝໍສູນກາງ, ໂຮງໝໍແຂວງ, ຄະນະພະແນກ, ຄະນະຂະແໜງ, ຄະນະກົມ, ຄະນະສູນອ້ອມຂ້າງກະຊວງ, ຕົວແທນຈາກສະຖານທູດອັງກິດ, ຝລັ່ງ ແລະ ສະຫະລັດອາເມລິກາ, ພ້ອມດ້ວຍອົງການຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ງານຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມສະເຫລີມສະຫລອງ ຈໍານວນ 200 ທ່ານ.

ທ່ານ . ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວມີຄຳເຫັນ, ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ແລະ ກ່າວເປີດງານສະເຫຼີມສະຫຼອງຢ່າງເປັນທາງການ, ພາຍໃນງານຍັງມີພາກສ່ວນຕ່າງໆກ່າວມີຄຳເຫັນເຊັນ: ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດທ່ານProfessor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU, ທ່ານ Assco. Professor Weerapong Phumratanaprapin ອະທິການບໍດີຄະນະພາກວິຊາການແພດເຂດຮ້ອນ ມະຫາວິທະຍາໄລມະຫິດົ, ທ່ານ Professor Richard Cornall ຜູ້ອໍານວຍການ Nuffield Department of Medicine, ມະຫາວິທະຍາໄລອ໋ອກຝອດ ແລະ ທ່ານ . Maggy Chan ຜູ້ບໍລິຫານສູງສຸດຂອງ Wellcome Trust.

ໃນນັ້ນ ທ່ານ Professor Paul Newton ອະດີດຜູ້ອຳນວຍການໂຄງການ LOMWRU ໄດ້ສະເໜີປະຫວັດຄວາມເປັນມາຂອງໂຄງການຄົ້ນຄວ້າ ແລະ ວຽກງານໃນໄລຍະ 20 ປີ ທີ່ຜ່ານມາທ່ານເພິ່ນໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ, ຈາກນັ້ນ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ສະເໜີບົດລາຍງານການຈັດຕັ້ງປະຕິບັດ ແລະ ແຜນໃນອະນາຄົດ ຂອງໂຄງການຄົ້ນຄວ້າ, ທ່ານ . ມະນີວັນ ວົງສຸຫວັດ ຫົໜ້າພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ລາຍງານການຮ່ວມມື ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ. ທ່ານ Professor Nicholas Day ຜູ້ອຳນວຍການໂຄງການ MORU ໄດ້ສະເໜີບົດການສ້າງເຄື່ອຂ່າຍການຄົ້ນຄ້ວາແບບຍືນຍົງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ປອ.. ມາຍຟອງ ມາຍຊາຍ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບສະເໜີບົດຄົ້ນຄ້ວາວິທະຍາສາດ ແລະ ການຄົ້ນຄ້ວານະວັດຕະກຳໃນໄລຍະຜ່ານມາ ໃນ ລາວ.

ໃນງານສະເຫລີມສະຫລອງຄັ້ງນີ້ ຍັງໄດ້ມີການວາງສະແດງ ຫ້ອງຈຸລີນຊີວິທະຍາແບບຈໍາລອງ, ຜົນງານທາງດ້ານວິທະຍາສາດຕ່າງໆໃນໄລຍະ 25 ປີຜ່ານມາ ເຊັ່ນ: ວາງໂພດເຕີຂອງການຄົ້ນຄ້ວາທີ່ພົ້ນເດັ່ນ ແລະ ຮູບພາບການເຮັດວຽກຂອງໂຄງການຄົ້ນຄວ້າໃນໄລຍະຜ່ານມາ.

ພິທີມອບ-ຮັບເຄື່ອງອຸປະກອນການແພດລະຫ່ວາງ ອົງການ KOFIH ແລະ ໂຮງໝໍມະໂຫສົດ.

ວັນທີ 12 ພະຈິກ 2025 ທີ່ໂຮງໝໍມະໂຫສົດ, ອົງການ Korea Foundation for International Heealthcare (KOFIH) – Dr LEE Jong-wook Memorial Fund ໄດ້ມອບເຄື່ອງອຸປະກອນການແພດ ມູນຄ່າ 19,720 USD (ສິບເກົ້າພັນເຈັດຮ້ອຍຊາວໂດລາສະຫາລັດ) ໃຫ້ແກ່ ໂຮງໝໍມະໂຫສົດ, ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍ, ໂດຍໃຫ້ກຽດການມອບ-ຮັບ ໃນຄັ້ງນີ້, ແມ່ນໂດຍ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ Wonseok Park The Country Representative of KOFIH Laos Office, ໃນໄລຍະຜ່ານມາທາງອົງການ KOFIH ໄດ້ໃຫ້ທຶນສະໜັບສະໜູນການສຶກສາໃນແຕ່ລະປີ ໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ບຸກຄະລາກອນ ແພດໝໍ ແລະ ພະຍາບານ, ໂຮງໝໍມະໂຫສົດ.

ການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ວັນທີ 15-16 ຕຸລາ 2025 ໂຮງໝໍມະໂຫສົດ ໄດ້ຮັບການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ກະຊວອຸດສາຫະກຳ ແລະ ການຄ້າ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ່ VI ມີຈຳນວນ 525 ທ່ານ. ເຊິ່ງການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ ແລະ ກວດກາເພີ່ມເຕີມ (ກວດເລືອດ) ໃຫ້ແກ່ພະນັກງານ. ພາຍຫຼັງ, ທີ່ໄດ້ກວດກາທາງດ້ານຮ່າງກາຍ ແລະ ຜົນກວດເລືອດອອກແລ້ວ ແມ່ນຄະນະຮັບຜິດຊອບ ໄດ້ເຮັດໃບຢັ້ງຢືນສຸຂະພາບ ແລະ ສະຫຼຸບຜົນການກວດຕ່າງໆຂອງພະນັກງານ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍແມ່ນມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.

ການເອົາໜິ້ວອອກຈາກທໍ່ສົ່ງນ້ຳບີ ດ້ວຍເຕັກນິກທີ່ທັນສະໄໝ ຜ່ານກ້ອງສ່ອງ ຮູບແບບ ERCP (Endoscopic Retrograde Cholangiopancreatoscopy).

ພະຍາດໜິ້ວທໍ່ນ້ຳບີ ແມ່ນພະຍາດໜຶ່ງທີ່ພົບເຫັນຫຼາຍ ໃນ ລາວ ໄລຍະຜ່ານມາ, ໂຮງໝໍມະໂຫສົດ ໄດ້ມີການປິ່ນປົວພະຍາດໜິ້ວທໍ່ນ້ຳບີ ເຊິ່ງການປິ່ນປົວດັ່ງກ່າວແມ່ນການຜ່າຕັດແບບເປີດແລະ ການຜ່າຕັດຜ່ານທໍ່.

ໃນປັດຈຸບັນ, ການປິ່ນປົວພະຍາດດັ່ງກ່າວມີການພັດທະນາຂຶ້ນ ໂດຍການນຳໃຊ້ອຸປະກອນການແພດ ແລະ ເຕັກນິກທີ່ທັນສະໄໝ ຮູບແບບ ERCP (Endoscopic Retrograde Cholangiopancreatoscopy), ໃນວັນທີ 20 ຕຸລາ 2025 ທີມງານທາງດ້ານວິຊາການ ຂອງໂຮງໝໍມະໂຫສົດ ໄດ້ມີການເຄື່ອໄຫວກິດຈະກຳ ການປິ່ນປົວຄົນເຈັບທີ່ເປັນພະຍາດໜິ້ວທໍ່ນ້ຳບີ ຈຳນວນ 05 ກໍລະນີ, ໂດຍນຳໃຊ້ເຕັກນິກໃໝ່ດ້ວຍການຄີບໜິ້ວອອກຈາກທາງເດີນທໍ່ນ້ຳບີຜ່ານກ້ອງສ່ອງ. ຜົນດີຂອງການປິ່ນປົວດັ່ງກ່າວແມ່ນ ໃຊ້ເວລາ 30-60 ນາທີ, ຊ່ວຍຫຼຸດຜ່ອນການເຈັບປວດກ່ອນການຜ່າຕັດ, ບໍ່ມີບາດແຜ, ຫຼຸດຜ່ອນການເສຍເລືອດ, ອັດຕາການຕິດເຊື້ອໜ້ອຍລົງ, ນອນໂຮງໝໍໜ້ອຍມື້ຟື້ນໂຕໄດ້ໄວ ແລະ ເຊິ່ງເຮັດໃຫ້ຜູ້ມາຮັບບໍລິການເພິ່ງພໍໃຈ.

ປະ​ກາດ​ແຈ້ງ​ຂ່າວ: ໂຮງ​ໝໍ​ມະ​ໂຫ​ສົດ ຈະ​ມີ​ທີມ​ງານ​ແພດ​ຊ່ຽວ​ຊານ ໂຮງ​ໝໍ​ມະ​ໂຫ​ສົດ ຮ່ວມ​ກັບ ທີມ​ງານ​ແພດ​ຊ່ຽວ​ຊານ ມູ​ນ​ນິ​ທິ Smiles Chang Lives Uncen ສ​ປ ຈີນ ແລະ ມູນ​ນິ​ທິ ພັດ​ທະ​ນາ​ລ້ານ​ຊ້າງ​ແມ່​ນ້ຳ​ຂອງ ແມ່ນ​ຈະ​ຈັດ​ກິດ​ຈະ​ກຳ​ ການ​ຜ່າ​ຕັດສົບ​ປ​ຫວ່ງ-ເພ​ດານ​ໂຫວ່ ໂດຍ​ບໍ່​ເສຍ​ຄ່າ​ປິ່ນ​ປົວ (ຟ​ຣີ) ທີ່​ພະ​ແນກ​ຜ່າ​ຕັດ​ປົວ​ແປງ-ຕົບ​ແຕ່ງ, ໂຮງ​ໝໍ​ມະ​ໂຫ​ສົດ

Scroll to Top