ກິດຈະກໍາງານຕະຫຼາດນັດ ຢູ່ໂຮງໝໍມະໂຫສົດ ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026).

ວັນທີ 16 ກໍລະກົດ 2026, ໂຮງໝໍມະໂຫສົດ ໄດ້ຈັດກິດຈະກໍາງານຕະຫຼາດນັດ ເພື່ອເປັນການສ້າງຂະບວນການຕ້ອນຮັບ ແລະ ຊົມເຊີຍ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 195520 ກໍລະກົດ 2026) ໃຫ້ມີຄວາມໝາຍຄວາມສຳຄັນ ແລະ ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ, ໃຫ້ກຽດການເປັນປະທານເປີດພິທີໂດຍ ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍເຊັ່ນ: ຄະນະພັກ, ຄະນະອຳນວຍການ, ສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ,  ແພດໝໍ, ພະຍາບານ, ພະນັກງານ, ປະຊາຊົນທີ່ມາໃຊ້ບໍລິການຢູ່ໂຮງໝໍ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ເຂົ້າຮ່ວມ.

ບັນຍາກາດພາຍໃນງານຕະຫຼາດນັດຄັ້ງນີ້ ເປັນໄປຢ່າງຄຶກຄື້ນ ແລະ ອົບອຸ່ນ ທ່າມກາງຮອຍຍິ້ມ ແລະ ສຽງຫົວຂອງຜູ້ເຂົ້າຮ່ວມ. ພາຍໃນງານໄດ້ຈັດຮ້ານວາງສະແດງ ແລະ ຈຳໜ່າຍອາຫານພື້ນເມືອງ, ເຄື່ອງດື່ມເພື່ອສຸຂະພາບ, ໝາກໄມ້ສົດ, ຜະລິດຕະພັນຫັດຖະກຳ ແລະ ສິນຄ້າຈາກພະແນກຕ່າງໆ ຂອງໂຮງໝໍມະໂຫສົດ. ພ້ອມກັນນັ້ນ ຍັງມີການແນະນຳຢາ ແລະ ເຜີຍແຜ່ຄວາມຮູ້ດ້ານສຸຂະພາບໃຫ້ປະຊາຊົນ. ກິດຈະກຳນີ້ ບໍ່ພຽງແຕ່ສະຫຼອງຄົບຮອບ 71 ປີ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ແຕ່ຍັງເປັນເວທີສົ່ງເສີມຄວາມສາມັກຄີ, ສ້າງຂວັນກຳລັງໃຈ ແລະ ສືບຕໍ່ຂະບວນການ "3 ດີ" ຂອງແມ່ຍິງລາວ ພົນລະເມືອງດີ, ແມ່ພິມດີ ແລະ ພັນລະຍາດີ ເພື່ອຮ່ວມພັດທະນາວຽກງານສາທາລະນະສຸກໃຫ້ກ້າວໜ້າຢ່າງຍືນຍົງ.

error:
Scroll to Top