ກິດຈະກຳກວດສຸຂະພາບ ແລະ ກວດຄ່ານ້ຳຕານໃນເລືອດ ໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສະເຫຼີມສະຫຼອງວັນເບົາຫວານໂລກ.

ວັນທີ 21 ພະຈິກ 2025 ໂຮງໝໍມະໂຫສົດ, ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ກວດຄ່ານ້ຳຕານໃນເລືອດ ໂດຍບໍ່ເສຍຄ່າ (ຣີ) ໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສະເຫຼີມສະຫຼອງວັນເບົຫວານໂລກ ໃນວັນທີ 14 ພະຈິກ 2025 ໃຫ້ກຽດການເປີດກິດຈະກຳຄັ້ງນີ້ ໂດຍ ທ່ານ ດ. ໄຊຊະະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານໝໍ, ພະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມ.

ກິດຈະກຳມີການກວດສຸຂະພາບທົ່ວໄປ, ກວດຄວາມດັນເລືອດ, ກວດຄ່ານ້ຳຕານໃນເລືອດ, ກວດຄ່າຄິດໄລ່ການດຸ່ນດ່ຽງຄວາມສົມບູນຂອງຮ່າງກາຍ (BMI) ແລະ ການແນະນຳວິທີນຳໃຊ້ຢາປິ່ນປົວພະຍາດເບົາຫວານ. ເພື່ອໃຫ້ປະຊາຊົນ ແລະ ຜູ້ມາຊ້ບໍລິການໄດ້ເຂົ້າເຖິງຂໍ້ມູນກ່ຽວກັບພະຍາດເບົາຫວານໃນເດັກນ້ອຍ ແລະ ຜູ້ໃຫຍ່ ໃຫ້ຮູ້ຂໍ້ມູນໃນການເບິ່ງແຍງສຸຂະພາບຄົນເຈັບ, ເພື່ອປ້ອງກັນ, ຕິດຕາມ ແລະ ແລະ ຄວບຄຸມການຂະຍາຍຂອງພະຍາດ. ໃນວັນວັນທີ 14 ພະຈິກ ຂອງທຸກໆປີ ແມ່ນວັນທີ່ມີຄວາມໝາຍສຳຄັນເພື່ອລະນຶກເຖິງ ຄົນເຈັບພະຍາດເບົຫວານໃນທົ່ວໂລກກໍ່ຄືຄົນເຈັບເບົາຫວານໃນ ລາວ.

ງານສະເຫຼີມສະຫຼອງ ຄົບຮອບ 25 ປີ ຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU).

ວັນທີ 19 ພະຈິກ 2025 ທີ່ໂຮງໝໍມະໂຫສົດ, ໄດ້ຈັດງານສະເຫຼີສະຫຼອງ ຄົບຮອບ 25 ປີ ຂອງໂຄງກາຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU) ໂດຍໃຫ້ກຽດເປັນປະທານໂດຍ ທ່ານ . ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ເຊິ່ງມີຜູ້ເຂົ້າຮ່ວມເຊັ່ນ: ຄະນະອຳນວຍການໂຮງໝໍມະໂຫສົດ, ການໂຄການ LOMWRU, ມະຫາວິທະຍາໄລອ໋ອກຝອດ, ແວວຄຳຕຼັ, ໂຄງການ MORU, ມະຫາວິທະຍາໄລມະຫິດົນ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງໝໍສູນກາງ, ໂຮງໝໍແຂວງ, ຄະນະພະແນກ, ຄະນະຂະແໜງ, ຄະນະກົມ, ຄະນະສູນອ້ອມຂ້າງກະຊວງ, ຕົວແທນຈາກສະຖານທູດອັງກິດ, ຝລັ່ງ ແລະ ສະຫະລັດອາເມລິກາ, ພ້ອມດ້ວຍອົງການຈັດຕັ້ງສາກົນຕ່າງໆ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ. ງານຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມສະເຫລີມສະຫລອງ ຈໍານວນ 200 ທ່ານ.

ທ່ານ . ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ກ່າວມີຄຳເຫັນ, ຍ້ອງຍໍຊົມເຊີຍການຈັດຕັ້ງປະຕິບັດຂອງໂຄງການຮ່ວມມືຄົ້ນຄ້ວາດ້ານພະຍາດເຂດຮ້ອນ ແລະ ກ່າວເປີດງານສະເຫຼີມສະຫຼອງຢ່າງເປັນທາງການ, ພາຍໃນງານຍັງມີພາກສ່ວນຕ່າງໆກ່າວມີຄຳເຫັນເຊັນ: ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດທ່ານProfessor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU, ທ່ານ Assco. Professor Weerapong Phumratanaprapin ອະທິການບໍດີຄະນະພາກວິຊາການແພດເຂດຮ້ອນ ມະຫາວິທະຍາໄລມະຫິດົ, ທ່ານ Professor Richard Cornall ຜູ້ອໍານວຍການ Nuffield Department of Medicine, ມະຫາວິທະຍາໄລອ໋ອກຝອດ ແລະ ທ່ານ . Maggy Chan ຜູ້ບໍລິຫານສູງສຸດຂອງ Wellcome Trust.

ໃນນັ້ນ ທ່ານ Professor Paul Newton ອະດີດຜູ້ອຳນວຍການໂຄງການ LOMWRU ໄດ້ສະເໜີປະຫວັດຄວາມເປັນມາຂອງໂຄງການຄົ້ນຄວ້າ ແລະ ວຽກງານໃນໄລຍະ 20 ປີ ທີ່ຜ່ານມາທ່ານເພິ່ນໄດ້ປະຕິບັດໜ້າທີ່ຢູ່ ສປປ ລາວ, ຈາກນັ້ນ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ສະເໜີບົດລາຍງານການຈັດຕັ້ງປະຕິບັດ ແລະ ແຜນໃນອະນາຄົດ ຂອງໂຄງການຄົ້ນຄວ້າ, ທ່ານ . ມະນີວັນ ວົງສຸຫວັດ ຫົໜ້າພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ລາຍງານການຮ່ວມມື ແລະ ຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ. ທ່ານ Professor Nicholas Day ຜູ້ອຳນວຍການໂຄງການ MORU ໄດ້ສະເໜີບົດການສ້າງເຄື່ອຂ່າຍການຄົ້ນຄ້ວາແບບຍືນຍົງໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ທ່ານ ປອ.. ມາຍຟອງ ມາຍຊາຍ ອະທິການບໍດີ ມະຫາວິທະຍາໄລວິທະຍາສາດສຸຂະພາບສະເໜີບົດຄົ້ນຄ້ວາວິທະຍາສາດ ແລະ ການຄົ້ນຄ້ວານະວັດຕະກຳໃນໄລຍະຜ່ານມາ ໃນ ລາວ.

ໃນງານສະເຫລີມສະຫລອງຄັ້ງນີ້ ຍັງໄດ້ມີການວາງສະແດງ ຫ້ອງຈຸລີນຊີວິທະຍາແບບຈໍາລອງ, ຜົນງານທາງດ້ານວິທະຍາສາດຕ່າງໆໃນໄລຍະ 25 ປີຜ່ານມາ ເຊັ່ນ: ວາງໂພດເຕີຂອງການຄົ້ນຄ້ວາທີ່ພົ້ນເດັ່ນ ແລະ ຮູບພາບການເຮັດວຽກຂອງໂຄງການຄົ້ນຄວ້າໃນໄລຍະຜ່ານມາ.

ພິທີມອບ-ຮັບເຄື່ອງອຸປະກອນການແພດລະຫ່ວາງ ອົງການ KOFIH ແລະ ໂຮງໝໍມະໂຫສົດ.

ວັນທີ 12 ພະຈິກ 2025 ທີ່ໂຮງໝໍມະໂຫສົດ, ອົງການ Korea Foundation for International Heealthcare (KOFIH) – Dr LEE Jong-wook Memorial Fund ໄດ້ມອບເຄື່ອງອຸປະກອນການແພດ ມູນຄ່າ 19,720 USD (ສິບເກົ້າພັນເຈັດຮ້ອຍຊາວໂດລາສະຫາລັດ) ໃຫ້ແກ່ ໂຮງໝໍມະໂຫສົດ, ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທີ່ມາໃຊ້ບໍລິການຢູ່ໂຮງໝໍ, ໂດຍໃຫ້ກຽດການມອບ-ຮັບ ໃນຄັ້ງນີ້, ແມ່ນໂດຍ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ Wonseok Park The Country Representative of KOFIH Laos Office, ໃນໄລຍະຜ່ານມາທາງອົງການ KOFIH ໄດ້ໃຫ້ທຶນສະໜັບສະໜູນການສຶກສາໃນແຕ່ລະປີ ໃນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິຊາການ ໃຫ້ແກ່ບຸກຄະລາກອນ ແພດໝໍ ແລະ ພະຍາບານ, ໂຮງໝໍມະໂຫສົດ.

ການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການຄ້າ.

ວັນທີ 15-16 ຕຸລາ 2025 ໂຮງໝໍມະໂຫສົດ ໄດ້ຮັບການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ກະຊວອຸດສາຫະກຳ ແລະ ການຄ້າ ເພື່ອຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ກະຊວງອຸດສາຫະກຳ ແລະ ການຄ້າ ຄັ້ງທີ່ VI ມີຈຳນວນ 525 ທ່ານ. ເຊິ່ງການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ ແລະ ກວດກາເພີ່ມເຕີມ (ກວດເລືອດ) ໃຫ້ແກ່ພະນັກງານ. ພາຍຫຼັງ, ທີ່ໄດ້ກວດກາທາງດ້ານຮ່າງກາຍ ແລະ ຜົນກວດເລືອດອອກແລ້ວ ແມ່ນຄະນະຮັບຜິດຊອບ ໄດ້ເຮັດໃບຢັ້ງຢືນສຸຂະພາບ ແລະ ສະຫຼຸບຜົນການກວດຕ່າງໆຂອງພະນັກງານ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍແມ່ນມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.

ການເອົາໜິ້ວອອກຈາກທໍ່ສົ່ງນ້ຳບີ ດ້ວຍເຕັກນິກທີ່ທັນສະໄໝ ຜ່ານກ້ອງສ່ອງ ຮູບແບບ ERCP (Endoscopic Retrograde Cholangiopancreatoscopy).

ພະຍາດໜິ້ວທໍ່ນ້ຳບີ ແມ່ນພະຍາດໜຶ່ງທີ່ພົບເຫັນຫຼາຍ ໃນ ລາວ ໄລຍະຜ່ານມາ, ໂຮງໝໍມະໂຫສົດ ໄດ້ມີການປິ່ນປົວພະຍາດໜິ້ວທໍ່ນ້ຳບີ ເຊິ່ງການປິ່ນປົວດັ່ງກ່າວແມ່ນການຜ່າຕັດແບບເປີດແລະ ການຜ່າຕັດຜ່ານທໍ່.

ໃນປັດຈຸບັນ, ການປິ່ນປົວພະຍາດດັ່ງກ່າວມີການພັດທະນາຂຶ້ນ ໂດຍການນຳໃຊ້ອຸປະກອນການແພດ ແລະ ເຕັກນິກທີ່ທັນສະໄໝ ຮູບແບບ ERCP (Endoscopic Retrograde Cholangiopancreatoscopy), ໃນວັນທີ 20 ຕຸລາ 2025 ທີມງານທາງດ້ານວິຊາການ ຂອງໂຮງໝໍມະໂຫສົດ ໄດ້ມີການເຄື່ອໄຫວກິດຈະກຳ ການປິ່ນປົວຄົນເຈັບທີ່ເປັນພະຍາດໜິ້ວທໍ່ນ້ຳບີ ຈຳນວນ 05 ກໍລະນີ, ໂດຍນຳໃຊ້ເຕັກນິກໃໝ່ດ້ວຍການຄີບໜິ້ວອອກຈາກທາງເດີນທໍ່ນ້ຳບີຜ່ານກ້ອງສ່ອງ. ຜົນດີຂອງການປິ່ນປົວດັ່ງກ່າວແມ່ນ ໃຊ້ເວລາ 30-60 ນາທີ, ຊ່ວຍຫຼຸດຜ່ອນການເຈັບປວດກ່ອນການຜ່າຕັດ, ບໍ່ມີບາດແຜ, ຫຼຸດຜ່ອນການເສຍເລືອດ, ອັດຕາການຕິດເຊື້ອໜ້ອຍລົງ, ນອນໂຮງໝໍໜ້ອຍມື້ຟື້ນໂຕໄດ້ໄວ ແລະ ເຊິ່ງເຮັດໃຫ້ຜູ້ມາຮັບບໍລິການເພິ່ງພໍໃຈ.

ກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມື ໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11.

ວັນທີ 29-30 ສິງຫາ 2025 ໂຮງໝໍມະໂຫສົດ ແລະ ສູນຫົວໃຈ ສິລິກິດ ພາກຕາເວັນອອກສຽງເໜືອ, ຄະນະແພດສາດ ມະຫາວິທະຍາໄລ ຂອນແກ່ນ ຈັດກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມື ໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11. ໃຫ້ກຽດການເປັນປະທານໃນຄັ້ງນີ້ແມ່ນ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ . ຄຳແພງ ແກ້ງມະນີວົງ ຫົວໜ້າສູນຫົວໃຈ-ເສັ້ນເລືອດ,  ທ່ານ Assist.Prof. Chawalit Wongbuddha Deputy Director of QSHC,KKU ແລະ ທ່ານ Asso.Prof. Sompop Prathanee Thorcic Surgery KKU. ເຊິ່ງມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆເຊັ່ນ: ຄະນະອຳນວຍການ, ທ່ານໝໍ, ພະຍາບານ ແລະ ວິຊາການ ໂຮງໝໍມະໂຫສົດ ແລະ ທີມງານຈາກ ມະຫາວິທະຍາໄລ ຂອນແກ່ນກໍ່ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມືໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11 ຢ່າງເປັນທາງການ. ກອງປະຊຸຄັ້ງນີ້ຈັດຂື້ນເພື່ອພັດທະນາການຮ່ວມມື, ເສີມສ້າງການຮຽນຮູ້ກ່ຽວກັບການຜ່າຕັດເສັ້ນເລືອດຫົວໃຈ ເຊັ່ນ: ການຜ່າຕັດເສັ້ນເລືອດຫົວໃຈຕີບ ແລະ ຜ່າຕັດເສັ້ນເລືອດໂພ່ງ ເປັນຕົ້ນ. ພາຍໃນກອງປະຊຸມຍັງມີການແລກປ່ຽນປະສົບການການຜ່າຕັດເສັ້ນເລືອດຫົວໃຈ ແລະ ການປິ່ນປົວພະຍາດຫົວໃຈ ຂອງທີມແພດ ລາວ ແລະ ທີມແພດ ປະເທດໄທ, ເພື່ອເປັນການພັດທະນາ ແລະ ຍົກລະດັບທາງດ້ານວິຊາການໃນການບົ່ງມະຕິ ແລະ ການປິ່ນປົວພະຍາດຫົວໃຈໄດ້ທັນເວລາ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໃຊ້ບໍລິການຢູ່ຮງໝໍມະໂຫສົດ.

ກອງປະຊຸມເຜີຍແຜ່ ຄູ່ມືການປະເມີນຄຸນນະພາບການບໍລິການປິ່ນປົວ ແລະ ຄຳແນະນຳວິທີໃຊ້ ຕາມແຜນພັດທະນາຄຸນນະພາບ ຂອງກການບໍລິການສຸຂະພາບ “ ຫ້າ ດີ ໜຶ່ງ ພໍໃຈ ” .

ວັນທີ 27 ສິງຫາ 2025 ໂຮງໝໍມະໂຫສົດ ໄດັຈັດກອງປະຊຸມເຜີຍແຜ່ ຄູ່ມືການປະເມີນ ແລະ ຄຳແນະນຳວິທີ ໃຊ້ຄູ່ມືການພັດທະນາຄຸນນະພາບ ຂອງການບໍລິການສຸຂະພາບ ຫ້າດີ ໜຶ່ງ ພໍໃຈ ໂດຍການເປັນປະທານຂອງ ທ່ານ ປອ ດ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ. ເຊິ່ງມີພາກສ່ວນຕ່າງໆເຊັ່ນ: ຄະນະອຳນວຍການ, ຄະນະພັກ, ຄະນະພະແນກ, ຄະນະຂະແໜງ, ທ່ານໝໍ ແລະ ພະຍາບານ, ມີຈຳນວນ 413 ທ່ານ, (ຍິງ 324 ທ່ານ).

ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ນໍາສະເໜີແນວຄວາມຄິດຂອງຄຸນນະ ພາບການບໍລິການ, ຄວາມປອດໄພຂອງຄົນເຈັບ,ການປະເມີນ ແລະການວາງແຜນປັບປຸງຄຸນນະພາບ, ພ້ອມກັນນັ້ນ ທີມງານໄດ້ຂຶ້ນຜ່ານຄູ່ມື ແລະ ຄຳແນະນຳວິທີການນໍາໃຊ້ ເຄື່ອງມືປະເມີນຄຸນນະພາບການປິ່ນປົວແລະ ການດູແລສຸຂະພາບແບບຟອມປະເມີນ ການບໍລິການໂດຍເອົາຄົນເຈັບເປັນໃຈກາງ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນ 03 ຊຸດ, ເພື່ອໃຫ້ພະນັກງານທຸກຄົນໄດ້ເຂົ້າຮ່ວມຮັບຟັງ ແລະ ເຂົ້າ ໃຈຢ່າງທົ່ວເຖິງ, ໃນບາງຄໍາເຫັນຂອງທ່ານປະທານ ໄດ້ ກ່າວວ່າ: ການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍເພາະວ່າ ຢູ່ໃນໄລຍະການພັດທະນາວິຊາຊີບດ້ານວຽກງານສາທາລະນະສຸກ ແລະ ນະໂຍບາຍຂອງກະຊວງສາທາລະນະສຸກໄດ້ໃຫ້ຄວາມສໍາຄັນດ້ານການປິ່ນປົວແລະ ການດູແລສຸຂະພາບໃຫ້ມີຄຸນນະພາບ ໂດຍອີງໃສ່ເຄື່ອງມື/ຕົວຊີ້ວັດໃນການປະເມີນການຈັດຕັ້ງປະຕິບັດ ກໍ່ຄື   ຫ້າ ດີ ໜຶ່ງ ພໍໃຈ :  ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ ແລະ ປິ່ນປົວດີໄວ ເພື່ອໃຫ້ຜູ້ມາຮັບບໍລິການເພິ່ງພໍໃຈ.

ກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03 ປະຈຳປີ 2025

ວັນທີ 28 ສິງຫາ 2025 ໂຮງໝໍມະໂຫສົດ, ສະມາຄົມແພດກເພາະລຳໃສ້ ແລະ ຕັບລາວ ແລະ ໂຮງໝໍຣາຊວິຖີ ປະເທດໄທ ຈັດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03  ປະຈຳປີ 2025 ໃຫ້ກຽດການເປັນປະທານຂອງ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ .. ບົວຈັນຣາຈັກ ປະທານສະມາຄົມ ແພດກະເພາະລຳໃສ້ ແລະ ຕັບລາວ ແລະ ທ່ານ . ທະວີ ຣັດຕານາຊຸເອກ ໂຮງໝໍ ຣາຊວິຖີ ປະເທດໄທ. ຍັງມີໂຮງໝໍສູນກາງ, ໂຮງໝໍແຂວງ 12 ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03  ປະຈຳປີ 2025 ຢ່າງເປັນທາງການ, ພາຍໃຕ້ຫົວຂໍ້ ພື້ນຖານການສ່ອງກະເພາະລຳໃສ້, ການຕັດຕິ່ງ ແລະ ການຢຸເລືອດໄຫຼກະເພາະລຳໃສ້.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການເສີມສ້າງ, ການຮຽນຮູ້ກ່ຽວກັບພື້ນຖານທີ່ຖືກຕ້ອງໃນການສ່ອງກະເພາະລຳໃສ້ ແລະ ມີຄວສຳຄັນຢ່າງຍິ່ງໃນການບົ່ງມະຕິພະຍາດ ໃຫ້ມີການຄວາມຊັດເຈນ ແລະ ປອດໄພ. ນອກຈາກນີ້, ຍັງມີກິດຈະກຳການຝຶກອົບຮົມ, ການຮຽນຮູ້ທັກສະທາງດ້ານວິຊາການກ່ຽວກັບການປິ່ນປົ່ວພະຍາດຜ່ານກ້ອງເຊັ່ນ: , ເຕັກນິກການຕັດຕິ່ງຂະໜາດໃຫຍ່ ຢູ່ກະເພາະລຳໃສ້, ເຕັກນິກການຢຸດເຫຼືອດໄຫຼດ້ວຍ Hemoclip, ເປັນການຫຼຸດຜ່ອນການຜ່າຕັດ, ອັດຕາການຕາຍ ແລະ ອັດຕາການເປັນມະເຮັງໃນອະນາຄົດ.

Scroll to Top