ກອງປະຊຸມເຜີຍແຜ່ ຄູ່ມືການປະເມີນຄຸນນະພາບການບໍການປິ່ນປົວ ແລະ ຄຳແນະນຳວິທີໃຊ້ ຕາມແຜນພັດທະນາຄຸນນະພາບ ຂອງກການບໍລິການສຸຂະພາບ “ ຫ້າ ດີ ໜຶ່ງ ພໍໃຈ ” .

ວັນທີ 27 ສິງຫາ 2025 ໂຮງໝໍມະໂຫສົດ ໄດັຈັດກອງປະຊຸມເຜີຍແຜ່ ຄູ່ມືການປະເມີນ ແລະ ຄຳແນະນຳວິທີ ໃຊ້ຄູ່ມືການພັດທະນາຄຸນນະພາບ ຂອງການບໍລິການສຸຂະພາບ ຫ້າດີ ໜຶ່ງ ພໍໃຈ ໂດຍການເປັນປະທານຂອງ ທ່ານ ປອ ດ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ. ເຊິ່ງມີພາກສ່ວນຕ່າງໆເຊັ່ນ: ຄະນະອຳນວຍການ, ຄະນະພັກ, ຄະນະພະແນກ, ຄະນະຂະແໜງ, ທ່ານໝໍ ແລະ ພະຍາບານ, ມີຈຳນວນ 413 ທ່ານ, (ຍິງ 324 ທ່ານ).

ທ່ານ . ບົວວັນ ປະທຸມທອງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ນໍາສະເໜີແນວຄວາມຄິດຂອງຄຸນນະ ພາບການບໍລິການ, ຄວາມປອດໄພຂອງຄົນເຈັບ,ການປະເມີນ ແລະການວາງແຜນປັບປຸງຄຸນນະພາບ, ພ້ອມກັນນັ້ນ ທີມງານໄດ້ຂຶ້ນຜ່ານຄູ່ມື ແລະ ຄຳແນະນຳວິທີການນໍາໃຊ້ ເຄື່ອງມືປະເມີນຄຸນນະພາບການປິ່ນປົວແລະ ການດູແລສຸຂະພາບແບບຟອມປະເມີນ ການບໍລິການໂດຍເອົາຄົນເຈັບເປັນໃຈກາງ.

ກອງປະຊຸມດັ່ງກ່າວ ແມ່ນໄດ້ຈັດຂຶ້ນ 03 ຊຸດ, ເພື່ອໃຫ້ພະນັກງານທຸກຄົນໄດ້ເຂົ້າຮ່ວມຮັບຟັງ ແລະ ເຂົ້າ ໃຈຢ່າງທົ່ວເຖິງ, ໃນບາງຄໍາເຫັນຂອງທ່ານປະທານ ໄດ້ ກ່າວວ່າ: ການຈັດກອງປະຊຸມເຜີຍແຜ່ຄັ້ງນີ້ແມ່ນມີຄວາມສໍາຄັນຫຼາຍເພາະວ່າ ຢູ່ໃນໄລຍະການພັດທະນາວິຊາຊີບດ້ານວຽກງານສາທາລະນະສຸກ ແລະ ນະໂຍບາຍຂອງກະຊວງສາທາລະນະສຸກໄດ້ໃຫ້ຄວາມສໍາຄັນດ້ານການປິ່ນປົວແລະ ການດູແລສຸຂະພາບໃຫ້ມີຄຸນນະພາບ ໂດຍອີງໃສ່ເຄື່ອງມື/ຕົວຊີ້ວັດໃນການປະເມີນການຈັດຕັ້ງປະຕິບັດ ກໍ່ຄື   ຫ້າ ດີ ໜຶ່ງ ພໍໃຈ :  ຮັບຕ້ອນດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ ແລະ ປິ່ນປົວດີໄວ ເພື່ອໃຫ້ຜູ້ມາຮັບບໍລິການເພິ່ງພໍໃຈ.

ກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03 ປະຈຳປີ 2025

ວັນທີ 28 ສິງຫາ 2025 ໂຮງໝໍມະໂຫສົດ, ສະມາຄົມແພດກເພາະລຳໃສ້ ແລະ ຕັບລາວ ແລະ ໂຮງໝໍຣາຊວິຖີ ປະເທດໄທ ຈັດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03  ປະຈຳປີ 2025 ໃຫ້ກຽດການເປັນປະທານຂອງ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ .. ບົວຈັນຣາຈັກ ປະທານສະມາຄົມ ແພດກະເພາະລຳໃສ້ ແລະ ຕັບລາວ ແລະ ທ່ານ . ທະວີ ຣັດຕານາຊຸເອກ ໂຮງໝໍ ຣາຊວິຖີ ປະເທດໄທ. ຍັງມີໂຮງໝໍສູນກາງ, ໂຮງໝໍແຂວງ 12 ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03  ປະຈຳປີ 2025 ຢ່າງເປັນທາງການ, ພາຍໃຕ້ຫົວຂໍ້ ພື້ນຖານການສ່ອງກະເພາະລຳໃສ້, ການຕັດຕິ່ງ ແລະ ການຢຸເລືອດໄຫຼກະເພາະລຳໃສ້.

ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການເສີມສ້າງ, ການຮຽນຮູ້ກ່ຽວກັບພື້ນຖານທີ່ຖືກຕ້ອງໃນການສ່ອງກະເພາະລຳໃສ້ ແລະ ມີຄວສຳຄັນຢ່າງຍິ່ງໃນການບົ່ງມະຕິພະຍາດ ໃຫ້ມີການຄວາມຊັດເຈນ ແລະ ປອດໄພ. ນອກຈາກນີ້, ຍັງມີກິດຈະກຳການຝຶກອົບຮົມ, ການຮຽນຮູ້ທັກສະທາງດ້ານວິຊາການກ່ຽວກັບການປິ່ນປົ່ວພະຍາດຜ່ານກ້ອງເຊັ່ນ: , ເຕັກນິກການຕັດຕິ່ງຂະໜາດໃຫຍ່ ຢູ່ກະເພາະລຳໃສ້, ເຕັກນິກການຢຸດເຫຼືອດໄຫຼດ້ວຍ Hemoclip, ເປັນການຫຼຸດຜ່ອນການຜ່າຕັດ, ອັດຕາການຕາຍ ແລະ ອັດຕາການເປັນມະເຮັງໃນອະນາຄົດ.

ທ່ານ ນ. ທິບພາພອນ ໂພທິສານ (ຮ້ານ ຄຳສຳລານ ໂພທິສານ) ໄດ້ບໍລິຈາກເງີນຊ່ວຍເຫຼືອ ມູນຄ່າ: 20,000,000 ກີບ (ຊາວລ້ານກີບ) ໃຫ້ແກ່ໂຮງໝໍມະໂຫສົດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທຸກຍາກທີ່ບໍ່ມີຍາດ ຢູ່ໂຮງໝໍມະໂຫສົດ

ວັນທີ 30 ກໍລະກົດ 2025 ທ່ານ ນ. ທິບພາພອນ ໂພທິສານ (ຮ້ານ ຄຳສຳລານ ໂພທິສານ) ໄດ້ບໍລິຈາກເງີນຊ່ວຍເຫຼືອ ມູນຄ່າ: 20,000,000 ກີບ (ຊາວລ້ານກີບ) ໃຫ້ແກ່ໂຮງໝໍມະໂຫສົດ ເພື່ອນຳໃຊ້ເຂົ້າໃນການປິ່ນປົວຄົນເຈັບທຸກຍາກທີ່ບໍ່ມີຍາດຢູ່ໂຮງໝໍມະໂຫສົດ ໃຫ້ກຽດການມອບ-ຮັບ ໂດຍ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ແລະ ທ່ານ . ທິບພາພອນ ໂພທິສານ (ຮ້ານ ຄຳສຳລານ ໂພທິສານ).

ທ່ານ ນ. Lu Jaing ຮອງຫົວໜ້າອົງການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ແຫ່ງຊາດ ສປ ຈີນ ລົງຢ້ຽມຢາມໂຮງໝໍມະໂຫສົດ.

ວັນທີ 30 ກໍກົດ 2025 ທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມພາກສ່ວນທີ່ກ່ຽວຂ້ອງໄດ້ຕ້ອນຮັບ ທ່ານ ນ. Lu Jaing ຮອງຫົວໜ້າອົງການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ແຫ່ງຊາດ ສປ ຈີນ ພ້ອມດ້ວຍທີມງານ ລົງຢ້ຽມຢາມໂຮງໝໍມະໂຫສົດ, ການພົບປະຄັ້ງນີ້ ທັງສອງພາກສ່ວນໄດ້ປຶກສາຫາລືໃນການຮ່ວມມື ທາງດ້ານວຽກງານການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ທ່ານຍັງໄດ້ລົງໄປຢ້ຽມຢາມຫຼາຍໆພະແນກໃນໂຮງໝໍ ເພື່ອເປັນການຊຸກຍູ້, ເພີ່ມທະວີວຽກງານປ້ອງກັນການຄວບຄຸມພະຍາດຕິດຕໍ່  ແລະ ການຮ່ວມມືລະຫວ່າງ ປ ຈີນ - ປ ລາວ.

ກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ, ແຜນພັດທະນາ 06 ເດືອນທ້າຍປີ, ສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ, ປະກາດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ, ການແຕ່ງຕັ້ງຕຳແໜ່ງປະເພດ 4,5,6, ແລະ ເຜີຍແຜ່ ເຊື່ອມຊືມເອກະສານສໍາຄັນຂອງພັກຂອງຊາດ.

ວັນທີ 31 ກໍລະກົດ 2025 ໂຮງໝໍມະໂຫສົດ ຈັດພິທີກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ, ແຜນພັດທະນາ 06 ເດືອນທ້າຍປີ, ສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖາ 06 ເດືອນຕົ້ນປີແລະ ທິດທາງແຜນການ 06 ເດືອນທ້າຍປີ, ປະກາດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ, ການແຕ່ງຕັ້ງຕຳແໜ່ງປະເພດ 4,5,6, ແລະ ເຜີຍແຜ່ ເຊື່ອມຊືມເອກະສານສໍາຄັນຂອງພັກຂອງຊາດໂດຍການເປັນປະທານຂອງ ທ່ານ ປອ.ຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະຂະແໜງ, ສະມາຊິກພັກ, ພະນັກງານແພດໝໍ ແລະ ພະຍາບານ ກໍ່ໄດ້ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໃຫ້ກຽດກ່າວເປີດພິທີກອງປະຊຸມຢ່າງເປັນທາງການ, ໃນກອງປະຊຸມທ່ານ ດ. ໄຄສີ ລາດຊະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ຂື້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ ແລະ ແຜນພັດທະນາ 06 ເດືອນທ້າຍປີ, ທ່ານ ດ. ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ຜ່ານສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ;

ທ່ານ ດ. ສຸມ ສີສະເກດ ຫົວໜ້າພະແນກຈັດຕັ້ງ-ພະນັກງານ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນ ພັກການຮັບອຸດໜູນບຳ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກຂອງໂຮງໝໍ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຂອງສູນຫົວໃຈ-ເສັ້ນເລືອດ ໂຮງໝໍມະໂຫສົດ ແລະ ມະຕິຕົກລົງວ່າດ້ວຍການມອບໃບຢັ້ງຢືນ ໜ່ວຍພັດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024. ຍັງມີພິທີມອບຂໍ້ຕົກລົງໃຫ້ແກ່ພະນັກງານ-ລັດຖະກອນ ທີ່ພັກການ-ຮັບອຸດໜູບຳນານ, ພະນັກງານທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024 ໃຫ້ແກ່ 10 ໜ່ວຍພັກຂອງ ໂຮງໝໍມະໂຫສົດ.

ຫຼັງຈາກນັ້ນ, ທ່ານປະທານ ກໍ່ໃຫ້ກຽດເຜີຍແຜ່-ເຊື່ອມຊືມ ເອກະສານສຳຄັນຂອງພັກ ຂອງຊາດ, ຍ້ອງຍໍຊົມເຊີຍ ພະນັກງານ-ລັດຖະກອນ ທີ່ໄດ້ຮັບອຸດໜູນບຳນານ ທີ່ເສຍສະຫຼະເຮັດໜ້າທີ່ແພດໝໍຕະຫຼອດໄລຍະຜ່ານມາ, ປະກອບສ່ວນອຸດທິເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດທີ່ຖຶກມອບໝາຍ ກາຍເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານລຸ້ນຫຼັງ ຂອງໂຮງໝໍມະໂຫສົດ. ໃນນັ້ນ, ທ່ານປະທານ ຍັງໃຫ້ທິດຊີ້ນຳ,ໂອ້ລົມ ແລະ ຊົມເຊີຍ ບັນດາພະນັກງານ-ລັດຖະກອນ ທີ່ໄດ້ຮັບຕຳແໜງຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງທີ່ໄດຮັບຕຳແໜງໃໝ່.

ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ.

ວັທີ17 ກໍລະກົ2025 ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ປອ.. ຊູຊາດ ວົງພະຈັ ຜູ້ອຳນວຍການໂຮງໝໍໂຫສົດ, ທ່ານ . ໂພຄຳ ວົງໄຊ ປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດໃນນັ້ນຍັງມີ ຄະນະພັກ, ຄະນະອຳນວຍການ, ຄະນະບໍລິຫານງານຊາວໜຸ່ມ, ຄະນະບໍລິຫານງານກຳມະບານ, ພະນັກງານອາວຸໂສບຳນານ, ພະນັກງານແພດໝໍ, ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງຝົດຟື້ນ.

ທ່ານ ປອ.. ຊູຊາດ ວົງພະຈັນຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ, ໃຫ້ຄຳເຫັນ, ຍ້ອງຍໍຊົມຊີຍສະຫະພັນແມ່ຍິງໂຮງໝໍມະໂຫສົດ ແລ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງ. ທ່ານ ນ. ໂພຄຳ ວົງໄຊ ປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດ ໄດ້ຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດປະຈຳປີ2024 ແລະ ແຜນພັດທະນາ ປີ2025 ຂອງສະຫະພັນແມ່ຍິງ ໂຮງໝໍມະໂຫສົດ, ທ່ານ ນ. ໜໍ່ຄຳ ບຸດຕະວົງ ຮອງປະທານສະຫະພັນແມ່ຍິງ ໂຮງໝໍມະໂຫສົດ ໄດ້ເລົ່າມູນເຊື້ອ, ປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິລາວ. ໃນນັ້ນ, ຍັງມີການມອບໃບຍ້ອງຍໍ ຂໍ້ແຂ່ງຂັນ 03 ດີ ໃຫ້ແກ່ຫົວໜ້າຈຸ ແລະ ສະມາຊິກສະຫະພັນແມ່ຍິງ ໂຮງໝໍມະໂຫສົດ, ຍັງໄດ້ຈັດກິດຈະກຳ ການກວດຄັດກອງມະເຮັງເຕົ້ານົມ ດ້ວຍເຄື່ອງ Ultrasound ແລະ ປະເມີນໂພຊະນາການ, ສິລະປະ, ຮ້ອງເພງ, ຫຼິ້ນເກມປະກອບຄຳ, ຕອບຄຳຖາມ ແລະ ເປີດຕະຫຼາດນັດຂາຍສິນຄ້າ ພາຍໃນໂຮງໝໍມະໂຫສົດ.  

ໃນທຸກໆປີ ໂຮງໝໍມະໂຫສົດຈະມີການຈັດງານພິທີສະເຫຼີມສະຫຼອງ ປີລະ02 ຄັ້ງ ບໍ່ວ່າ ຈະເປັນວັນແມ່ຍິງສາກົນວັນທີ 8 ມີນາ ແລ ະວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັທີ20 ກໍລະກົດ ເພື່ອເປັນການເຜີຍແຜ່ ເຊື່ອມຊືມປະຫວັດການກຳເນີດ, ການເຕີບໃຫຍ່, ການຂະຍາຍຕົວຂອງອົງການຈັດຕັ້ງສະພັນແມ່ຍິງລາວ, ໃຫ້ສະມາຊິກສະຫະພັນແມ່ຍິງແຕ່ລະພາກສ່ວນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເພື່ອເປັນການປຸກລະດົມ, ຈິດສຳນຶກໃນການອານຸລັກຮັກສາ ແລະ ເສີມຂະຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 03 ດີຂອງສະຫະພັນແມ່ຍິງລາວ.

ຫັດ​ຖະ​ການ ການສ່ອງຫຼອດປອດ (Bronchoscopie) ຂອງ​ພະ​ແນກ​ພະ​ຍາດ​ປອດ ແລະ ວັນ​ນະ​ໂລກ

ພະແນກພະຍາດປອດ ແລະ ວັນນະໂລກ, ໂຮງໝໍມະໂຫສົດ ເປັນພະແນກໜຶ່ງ ທີ່ປິ່ນປົວພະຍາດລະບົບຫາຍໃຈ, ແລະ ມີການສ່ອງຫຼອດປອດ (Bronchoscopie) ດ້ວຍເຄື່ອງອຸປະກອນການແພດທີ່ທັນສະໄໝ ເພື່ອກວດເບິ່ງລະບົບທາງເດີນຫາຍໃຈ ໃນການບົ່ງມະຕິພະຍາດ ແລະ ປິ່ນປົວ. ການສ່ອງຫຼອດປອດ ແມ່ນຫັດຖະການທາງການແພດ ທີ່ມີຄວາມສ່ຽງຕຳ ທີ່ຊ່ວຍໃຫ້ທ່ານໝໍໄດ້ກວດເບິ່ງລະບົບທາງເດີນຫາຍໃຈ ແລະ ປອດຂອງຄົນເຈັບ, ພະຍາດທີ່ພົບເຫັນໃນການສ່ອງຫຼອດປອດ ສ່ວນຫຼາຍແມ່ນພົບພະຍາດມະເຮັງປອດ ແລະ ຫຼອດປອດ,ພະຍາດວັນນະໂລກ, ອັກເສບປອດ, ປອດຕິດເຊື້ອລາ, ວັດຖຸແປກປອມ ແລະ ອື່ນໆ. 

ວັນທີ 09 ກໍລະກົດ 2025 ພະແນກພະຍາດປອດ ແລະ ວັນນະໂລກ ໄດ້ເຮັດຫັດຖະການ ການສ່ອງຫຼອດປອດ (Bronchoscopie) ຄົນເຈັບ ເພດຍິງ ອາຍຸ 71 ປີ ບ້ານໃຫຍ່, ເມືອງບໍ່ແຕນ, ແຂວງໄຊຍະບູລີ. ເພື່ອກວດເບິ່ງລະບົບທາງເດີນຫາຍໃຈຂອງປອດ ແລະ ເກັບຕົວຢ່າງ ໄປວິໃຈຫາພະຍາດເພື່ອບົ່ງມະຕິພະຍາດ ແລະ  ປິ່ນປົວຕາມຫຼັກວິຊາການ. ການສ່ອງຫຼອດປອດ ແມ່ນຳໃຊ້ເຄື່ອງອຸປະກອນການແພດທີ່ທັນສະໄໝ, ສ່ອງຜ່ານກ້ອງທີ່ມີຂະໜາດນ້ອຍ, ການສ່ອງຫຼອດປອດແມ່ນໃຊ້ເວລາ 20-40 ນາທີ, ການສ່ອງແມ່ນສ່ອງຜ່ານທາງຊ່ອງດັງຂອງຄົນເຈັບ, ຈະມີການພົ່ນມຶນສະເພາະທີ່ເພຶ່ອຫຼຸດຜ່ອນການເຈັບປວດຂອງຄົນເຈັບ ແລະ ເປັນທີ່ເພິ່ງພໍໃຈຂອງຜູ້ທີ່ມາໃຊ້ບໍລິການສຸຂະພາບ ຢູ່ໂຮງໝໍມະໂຫສົດ.

ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ.

ວັນທີ 11 ກໍລະກົດ 2025 ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ທີມງານ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ ໂດຍການຮັບຕ້ອບຂອງຜູ້ອຳນວຍການ, ຄະນະອຳນວຍການ, ຄະນະພັກ, ຄະນະສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ຄະນະຂະແໜງ, ທ່ານໝໍ ແລະ ພະຍາບານ.

          ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ໄດ້ລາຍງານປະຫວັດຄວາມເປັນມາ, ວຽກງານການບໍລິການສຸຂະພາບອັນພົ້ນເດັ່ນ ແລະ ສະພາບລວມຂອງໂຮງໝໍມະໂຫສົດ ໃນການຈັດຕັ້ງປະຕິບັດຜ່ານມາ.

ພິເສດແມ່ນ ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄຳເຫັນ, ຍ້ອງຍໍຊົມເຊີຍ ບັນດາແພດໝໍ, ພະຍາບານ ແລະ ໃຫ້ທິດຊີ້ນຳຕໍ່ກັບການຍົກສູງ ຢຶດໝັ້ນ ໃນຈັນຍາບັນ, ຈັນຍາທຳວິຊາຊີບຂອງຕົນ, ການຄຸ້ມຄອງການບໍລິຫານ, ວິຊາການ ແລະ ຄວາມຮັບຜິດຊອບໃນການປິ່ປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນ ຂອງການບໍລິການຕາມນະໂຍບາຍຫ້າດີ ໜຶ່ງພໍໃຈພ້ອມກັນທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຢ້ຽມຢາມໂຮງໝໍ ພາກສ່ວນທີ່ຍັງບໍ່ທັນສຳເລັດສົມບູນ ແລະ ໃຫ້ທິດຊີ້ນຳ ໃຫ້ໂຮງໝໍເຮັດບົດລາຍງານພ້ອມແຜນ ທີ່ຕ້ອງການປະກອບໃສ່ໃຫ້ສຳເລັດ ໃນພາກສ່ວນທີ່ຍັງບໍ່ສຳເລັດ, ຊຸກຍູ້ ແລະ ຕິດຕາມການບໍລິການສຸຂະພາບແຕ່ລະພະແນກພາຍໃນໂຮງໝໍມະໂຫສົດ.

ພິທິສະເຫຼິມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 60 ປິ

ວັນ​ທີ 20 ມິ​ຖຸ​ນາ 2025 ໂຮງ​ໝໍ​ມະ​ໂຫ​ສົດ ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສາ​ທາ​ລະ​ນະ​ສຸກ​ລາວ ຄົບ​ຮອບ 60 ປີ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ (18 ມິ​ຖຸ​ນາ 1965 – 18 ມິ​ຖຸ​ນາ 2025) ໂດຍ​ມີ ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ

ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ມ​ະ​ໂຫ​ສົດ ພ້ອມ​ດ້ວຍຄະ​ນະ​ອຳ​ນວຍ​ການ, ຄະ​ນະ​ພັກ, ຄະ​ນະ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຄະ​ນະ​ພະ​ແນກ, ພະ​ນັກ​ງານ​ອາ​ວຸ​ໂສ​ບຳ​ນານ, ພະ​ນັກ​ງານ​ແພດ​ໝໍ, ພະ​ຍາ​ບານ ແລະ ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ກໍ່​ໄດ້​ເຂົ້າ​ຮ່ວມ.

          ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ ຜູ້​ອຳ​ນວຍ​ການ​ໂຮງ​ມໍ​ມະ​ໂຫ​ສົດ ໄດ້​ກ່າວ​ວ່າ: ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ວັນ​​ສາ​ທາ​ລະ​ນະ​ສຸກ​ລາວ ແມ່ນ​ກົງ​ກ​ກັບ​ວັນ​ທີ 18 ມິ​ຖຸ​ນາ ຂອງ​ທຸກໆ​ປີ ເຊິ່ງ​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ ໄດ້​ຖຶກ​ກຳ​ນົດ​ຂຶ້ນ

ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ແພດ​ລາວ ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ກໍ​ຄື​ສະ​ໄໝ​ປົກ​ປັກ​ຮັກ​ສາ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເພື່ອ​ປຸກ​ລະ​ດົມ​ມວນ​ຊົນ​ໃຫ້​ເຫັນ​ຄວາມ​ສຳ​ຄັນ, ເຂົ້າ​ໃຈ ແລະ ເປັນ​ເຈົ້າ​ການ​ໃນ​ການ​ສົ່ງ​ເສີມ​ການ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບ​ ຂອງ​ຄອບ​ຄົວ ແລະ ສັງ​ຄົມ ເພື່ອ​ຈາ​ລຶກ​ບຸນ​ຄຸນ​ຂອງແພດ​ໝໍ ແລະ ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ລາວ​

ທີ່​ເສຍ​ສະຫຼະ​ອຸ​ທິ​ສະ​ຕິ​ປັນ​ຍາ ແລະ ເຫືອ​ແຮງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ແຕ່​ລະ​ໄລ​ຍະ

          ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນສາ​ທາ​ລະ​ນະ​ສຸກລາວ ໃນ​ແຕ່​ລະ​ປີ ໂຮງ​ໝໍ​ມະ​ໂຫ​ສົດ ແມ່ນ​ໄດ້​ມີ​ການ​ເຕົ້າ​ໂຮມ​ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມຫຼອງ ຂອງວັນ​ດັ່ງ​ກ່າວ​ໄດ້​ຢ່າງ​ຟົດ​ຟື້ນ ເຊັ່ນ: ມີ​ການ​ຈັດ​ກິດ​ຈະ​ກຳ​ແຂ່ງ​ຂັນ​ກິ​ລາ, ສິ​ລະ​ປະ​ວັນ​ນະ​ຄະ​ດີ, ​ແລະ ແຂ່ງ​ຂັນ​ບົດ​ຄົ້ນ​ຄ້​ວາ​ວິ​​ທະ​ຍາ​ສາດ ທາງ​ດ້ານ​ວິ​ຊາ​ການ​ອັນ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພະ​ແນກ​ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ.

error:
Scroll to Top