ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ.

ວັນທີ 11 ກໍລະກົດ 2025 ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ທີມງານ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ ໂດຍການຮັບຕ້ອບຂອງຜູ້ອຳນວຍການ, ຄະນະອຳນວຍການ, ຄະນະພັກ, ຄະນະສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ຄະນະຂະແໜງ, ທ່ານໝໍ ແລະ ພະຍາບານ.

          ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ໄດ້ລາຍງານປະຫວັດຄວາມເປັນມາ, ວຽກງານການບໍລິການສຸຂະພາບອັນພົ້ນເດັ່ນ ແລະ ສະພາບລວມຂອງໂຮງໝໍມະໂຫສົດ ໃນການຈັດຕັ້ງປະຕິບັດຜ່ານມາ.

ພິເສດແມ່ນ ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄຳເຫັນ, ຍ້ອງຍໍຊົມເຊີຍ ບັນດາແພດໝໍ, ພະຍາບານ ແລະ ໃຫ້ທິດຊີ້ນຳຕໍ່ກັບການຍົກສູງ ຢຶດໝັ້ນ ໃນຈັນຍາບັນ, ຈັນຍາທຳວິຊາຊີບຂອງຕົນ, ການຄຸ້ມຄອງການບໍລິຫານ, ວິຊາການ ແລະ ຄວາມຮັບຜິດຊອບໃນການປິ່ປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນ ຂອງການບໍລິການຕາມນະໂຍບາຍຫ້າດີ ໜຶ່ງພໍໃຈພ້ອມກັນທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຢ້ຽມຢາມໂຮງໝໍ ພາກສ່ວນທີ່ຍັງບໍ່ທັນສຳເລັດສົມບູນ ແລະ ໃຫ້ທິດຊີ້ນຳ ໃຫ້ໂຮງໝໍເຮັດບົດລາຍງານພ້ອມແຜນ ທີ່ຕ້ອງການປະກອບໃສ່ໃຫ້ສຳເລັດ ໃນພາກສ່ວນທີ່ຍັງບໍ່ສຳເລັດ, ຊຸກຍູ້ ແລະ ຕິດຕາມການບໍລິການສຸຂະພາບແຕ່ລະພະແນກພາຍໃນໂຮງໝໍມະໂຫສົດ.

ພິທິສະເຫຼິມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 60 ປິ

ວັນ​ທີ 20 ມິ​ຖຸ​ນາ 2025 ໂຮງ​ໝໍ​ມະ​ໂຫ​ສົດ ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ສາ​ທາ​ລະ​ນະ​ສຸກ​ລາວ ຄົບ​ຮອບ 60 ປີ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ (18 ມິ​ຖຸ​ນາ 1965 – 18 ມິ​ຖຸ​ນາ 2025) ໂດຍ​ມີ ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ

ຜູ້​ອຳ​ນວຍ​ການ​ໂຮງ​ໝໍ​ມ​ະ​ໂຫ​ສົດ ພ້ອມ​ດ້ວຍຄະ​ນະ​ອຳ​ນວຍ​ການ, ຄະ​ນະ​ພັກ, ຄະ​ນະ​ສາມ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ, ຄະ​ນະ​ພະ​ແນກ, ພະ​ນັກ​ງານ​ອາ​ວຸ​ໂສ​ບຳ​ນານ, ພະ​ນັກ​ງານ​ແພດ​ໝໍ, ພະ​ຍາ​ບານ ແລະ ບັນ​ດາ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ກໍ່​ໄດ້​ເຂົ້າ​ຮ່ວມ.

          ທ່ານ ປອ.ດ​ຣ. ຊູ​ຊາດ ວົງ​ພະ​ຈັນ ຜູ້​ອຳ​ນວຍ​ການ​ໂຮງ​ມໍ​ມະ​ໂຫ​ສົດ ໄດ້​ກ່າວ​ວ່າ: ດັ່ງ​ທີ່​ຮູ້​ກັນ​ແລ້ວ​ວ່າ ວັນ​​ສາ​ທາ​ລະ​ນະ​ສຸກ​ລາວ ແມ່ນ​ກົງ​ກ​ກັບ​ວັນ​ທີ 18 ມິ​ຖຸ​ນາ ຂອງ​ທຸກໆ​ປີ ເຊິ່ງ​ແມ່ນ​ວັນ​ທີ່​ມີ​ຄວາມ​ໝາຍ​ທາງ​ປະ​ຫວັດ​ສາດ ໄດ້​ຖຶກ​ກຳ​ນົດ​ຂຶ້ນ

ເພື່ອ​ເປັນ​ການ​ລະ​ນຶກ​ເຖິງ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ຂອງ​ແພດ​ລາວ ໃນ​ສະ​ໄໝ​ຕໍ່​ສູ້​ກູ້​ຊາດ ກໍ​ຄື​ສະ​ໄໝ​ປົກ​ປັກ​ຮັກ​ສາ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ ເພື່ອ​ປຸກ​ລະ​ດົມ​ມວນ​ຊົນ​ໃຫ້​ເຫັນ​ຄວາມ​ສຳ​ຄັນ, ເຂົ້າ​ໃຈ ແລະ ເປັນ​ເຈົ້າ​ການ​ໃນ​ການ​ສົ່ງ​ເສີມ​ການ​ບໍ​ລິ​ການ​ຮັກ​ສາ​ສຸ​ຂະ​ພາບ​ ຂອງ​ຄອບ​ຄົວ ແລະ ສັງ​ຄົມ ເພື່ອ​ຈາ​ລຶກ​ບຸນ​ຄຸນ​ຂອງແພດ​ໝໍ ແລະ ພະ​ນັກ​ງານ​ສາ​ທາ​ລະ​ນະ​ສຸກ​ລາວ​

ທີ່​ເສຍ​ສະຫຼະ​ອຸ​ທິ​ສະ​ຕິ​ປັນ​ຍາ ແລະ ເຫືອ​ແຮງ​ໃນ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ແຕ່​ລະ​ໄລ​ຍະ

          ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນສາ​ທາ​ລະ​ນະ​ສຸກລາວ ໃນ​ແຕ່​ລະ​ປີ ໂຮງ​ໝໍ​ມະ​ໂຫ​ສົດ ແມ່ນ​ໄດ້​ມີ​ການ​ເຕົ້າ​ໂຮມ​ການ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມຫຼອງ ຂອງວັນ​ດັ່ງ​ກ່າວ​ໄດ້​ຢ່າງ​ຟົດ​ຟື້ນ ເຊັ່ນ: ມີ​ການ​ຈັດ​ກິດ​ຈະ​ກຳ​ແຂ່ງ​ຂັນ​ກິ​ລາ, ສິ​ລະ​ປະ​ວັນ​ນະ​ຄະ​ດີ, ​ແລະ ແຂ່ງ​ຂັນ​ບົດ​ຄົ້ນ​ຄ້​ວາ​ວິ​​ທະ​ຍາ​ສາດ ທາງ​ດ້ານ​ວິ​ຊາ​ການ​ອັນ​ພົ້ນ​ເດັ່ນ​ຂອງ​ແຕ່​ລະ​ພະ​ແນກ​ ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ.

Scroll to Top