ວັນທີ 22-24 ທັນວາ 2025 ໂຮງໝໍມະໂຫສົດ ໄດ້ຮັບການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ໃຫ້ແກ່ ລັດວິສາຫະກິດ ໄຟຟ້າລາວ ຈຳນວນ 759 ທ່ານ. ເຊິ່ງການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ, ກວດກາເພີ່ມເຕີມ (ກວດເລືອດ), ເອໂກ້ຜົ້ງທ້ອງ (Echography), ເອັກສະເລປອດ (X-ray), ແທກຄື້ນຫົວໃຈ ແລະ ວັດແທກການໄດ້ຍິນຂອງຫູ. ພາຍຫຼັງ ທີ່ໄດ້ກວດກາທາງດ້ານຮ່າງກາຍ ແລະ ຜົນກວດເລືອດອອກແລ້ວ ແມ່ນຄະນະຮັບຜິດຊອບ ໄດ້ເຮັດໃບຢັ້ງຢືນສຸຂະພາບ ແລະ ສະຫຼຸບຜົນການກວດຕ່າງໆຂອງພະນັກງານ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.
ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍແມ່ນມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.
