ສະຫາຍ ປອ.ດຣ ບຸນເສີດ ແກ້ວປະສິດ ຄະນະພັກປະຈໍາ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໃນໂອກາດລົງຊີ້ນໍາ, ຕິດຕາມ ແລະ ຊຸກຍູ້ກອງປະຊຸມດໍາເນີນຊີວິດພັກ ຂອງໂຮງໝໍມະໂຫສົດ.

ວັນທີ 06 ສິງຫາ 2026, ສະຫາຍ ປອ. ດຣ. ບຸນເສີດ ແກ້ວປະສິດ, ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ໃນໂອກາດຊີ້ນໍາ, ຕິດຕາມ ແລະ ຊຸກຍູ້ກອງປະຊຸມດໍາເນີນຊີວິດພັກ ຂອງຄະນະພັກໂຮງໝໍມະໂຫສົດ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ສະຫາຍ ປອ.ດຣ. ຊູຊາດ ວົງພະຈັນ ກໍາມະການພັກກະຊວງ, ເລຂາຄະນະພັກຮາກຖານ, ຄະນະປະຈໍາພັກ, ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ, ກົມຈັດຕັ້ງພະນັກງານ, ກົມກວດກາ, ຄະນະພັກ, ຄະນະໜ່ວຍພັກ ພ້ອມດ້ວຍບັນດາສະມາຊິກພັກສົມບູນ ແລະ ສໍາຮອງໂຮງໝໍມະໂຫສົດກໍ່ເຂົ້າຮ່ວມຢ່າງພ້ອມພຽງ.

ສະຫາຍ ປອ.ດຣ. ຊູຊາດ ວົງພະຈັນ ກໍມະການພັກກະຊວງ, ເລຂາຄະນະພັກຮາກຖານ, ຄະນະປະຈໍາພັກ, ຜູ້ອໍານວຍການໂຮງໝໍມະໂຫສົດ ໄດ້ກ່າວຕ້ອນຮັບ ແລະ ນໍາສະເໜີບົດລາຍງານການນໍາພາ, ຊີ້ນໍາ ຂອງຄະນະພັກຮາກຖານ, ໂຮງໝໍມະໂຫສົດ ໃນໄລຍະຜ່ານມາ. ກອງປະຊຸມດໍາເນີນຊີວິດພັກໃນຄັ້ງນີ້ ມີຈຸດປະສົງເພື່ອສໍາຫຼວດກວດກາ ແລະ ຕີລາຄາການຊີ້ນໍາ-ນໍາພາຂອງຄະນະພັກ ໃນໄລຍະຜ່ານມາ, ພ້ອມທັງຕີລາຄາຄຸນສົມບັດທັດສະນະການເມືອງ, ຄວາມຮັບຜິດຊອບ ແລະ ຜົນງານການເຄື່ອນໄຫວວຽກງານຂອງສະມາຊິກພັກແຕ່ລະສະຫາຍ. ພ້ອມດຽວກັນນັ້ນ, ກໍ່ໄດ້ຮ່ວມກັນປະກອບຄໍາຄິດຄໍາເຫັນ, ຕໍານິສົ່ງຂ່າວເພື່ອສ້າງຄວາມເຂັ້ມແຂງ, ຄວາມສາມັກຄີພາຍໃນ ແລະ ປັບປຸງຂໍ້ບົກພ່ອງ ໃຫ້ມີຄວາມສົມບູນແບບຍິ່ງຂຶ້ນ.

ໃນໂອກາດນີ້, ສະຫາຍ ປອ. ດຣ. ບຸນເສີດ ແກ້ວປະສິດ ຄະນະປະຈໍາພັກ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ກຽດໂອ້ລົມ ແລະ ທິດຊີ້ນໍາຕໍ່ກອງປະຊຸມ. ທ່ານໄດ້ເນັ້ນໜັກໃຫ້ຄະນະພັກ ແລະ ສະມາຊິກພັກທຸກສະຫາຍ ເອົາໃຈໃສ່ຍົກສູງ ຄວາມຮັບຮອງໃນດ້ານການເມືອງ, ທັດສະນະ, ເພີ່ມພູນຄວາມຮູ້ຄວາມສາມາດໃນດ້ານວິຊາການ, ແລະ ເປັນແບບຢ່າງທີ່ດີໃນການບໍລິການປະຊາຊົນ. ພ້ອມທັງໃຫ້ສຸມໃສ່ປັບປຸງຄຸນນະພາບການບໍລິການທາງດ້ານການແພດ, ເອົາໃຈໃສ່ຈັນຍາບັນຈັນຍາທໍາຂອງແພດ-ໝໍ ແລະ ສືບຕໍ່ພັດທະນາໂຮງໝໍມະໂຫສົດ ໃຫ້ເປັນໂຮງໝໍແບບຢ່າງ ທີ່ທັນສະໄໝ ແລະ ໄດ້ມາດຕະຖານ, ເພື່ອຮັບປະກັນການປິນປົວ ແລະ ເບິ່ງແຍງສຸຂະພາບຂອງປະຊາຊົນໃຫ້ມີປະສິດທິພາບ.

error:
Scroll to Top