ກອງປະຊຸມ ຝຶກອົບຮົມ ດ້ານການສ່ອງກ້ອງລະບົບລະລາຍ ແລະ ວິທີການຮັກສາເຄື່ອງມື

ໃນວັນທີ 27 ສິງຫາ 2026, ໄດ້ຈັດກອງປະຊຸມຝຶກອົບຮົມດ້ານການສ່ອງກ້ອງລະບົບລະລາຍ ແລະ ວິທີການຮັກສາເຄື່ອງມື ທັງເປັນກິດຈະກຳໜຶ່ງຂອງ ກອງປະຊຸມວິຊາການ ປະຈຳປີ 2026  ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 04, ກິດຈະກຳດັ່ງກ່າວແມ່ນການຮ່ວມມືລະຫວ່າງ ໂຮງໝໍມະໂຫສົດ ແລະ ໂຮງໝໍ ຣາຊວິຖີ ປະເທດໄທ ຊຶ່ງຄັ້ງນີ້ເປັນຄັ້ງທີ 2, ໃຫ້ກຽດເປັນປະທານຂອງ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະ

ທ່ານ .. ບົວຈັນ ຣາຈັກ ປະທານສະມາຄົມ ແພດກະເພາະລຳໃສ້ ແລະ ຕັບລາວ ແລະ ທ່ານ . ທະວີ ຣັດຕານາຊຸເອກ ຫົວໜ້າສູນສ່ອງກ້ອງ ໂຮງໝໍ ຣາຊວິຖີ ປະເທດໄທ. ມີບັນດາທ່ານໝໍ - ພະຍາບານ ທີ່ຮັບຜິດຊອບວຽກງານດັ່ງກ່າວຂອງ ໂຮງໝໍສູນກາງ 05 ແຫ່ງ,ໂຮງໝໍແຂວງ 10 ແຂວງ  ແລະ ພາກສ່ວນທີ່ກ່ຽວຂ້ອງ ຈໍານວນ 70 ທ່ານ.

          ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວມີຄຳເຫັນ ແລະ ເປີດກອງປະຊຸມຊຸດຝຶກອົບຮົມ ຊຶ່ງໃນບາງຕອນທ່ານໄດ້ກ່າວວ່າ:

          ວຽກງານດັ່ງກ່າວແມ່ນມີຄວາມສຳຄັນຫຼາຍຕໍ່ການບົ່ງມະຕິ ແລະ ປິ່ນປົວພະຍາດທາງລະບົບລະລາຍ ໂດຍສະເພາະແມ່ນການຝຶກທັກສະໃນການສ່ອງກ້ອງ ດັ່ງຄຳຂວັນທີ່ວ່າ:  

 “ກ້າວເຂົ້າສູ່ຄວາມສໍາເລັດໃນການສ່ອງກ້ອງ - ຄວາມຊ່ຽວຊານໃນຫັດຖະການ ແລະ ການຮັກສາເຄື່ອງມື

          ກອງປະຊຸມໃນຄັ້ງນີ້ຈັດຂຶ້ນເພື່ອຍົກລະດັບຄວາມຮູ້ຄວາມສາມາດ, ທັກສະຂອງທີມງານທ່ານໝໍ-ພະຍາບານພາຍໃນປະເທດ ໃຫ້ທັນກັບຄວາມກ້າວໜ້າທາງດ້ານເຕັກໂນໂລຊີການແພດ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາ, ແລກ ປ່ຽນປະສົບການຕົວຈິງ ກັບຊ່ຽວຊານພາຍໃນ ແລະ ຕ່າງປະເທດ. ເພື່ອສ້າງຄວາມຊໍານານດ້ານຫັດຖະການເຕັກນິກການສ່ອງກ້ອງ ແລະ ປິ່ນປົວພະຍາດກະເພາະລຳໃສ້ ແລະ ຕັບ ໃຫ້ມີຄວາມຊັດເຈນ, ວ່ອງໄວ ແລະ ປອດໄພສູງສຸດຕໍ່ຄົນເຈັບ ແລະ ການບຳລຸງຮັກສາເຄື່ອງມືອຸປະກອນການແພດໃຫ້ໄດ້ມາດຕະຖານ, ການເກັບຮັກສາອຸປະກອນສ່ອງກ້ອງຢ່າງຖືກວິທີ ເພື່ອເພີ່ມອາຍຸການໃຊ້ງານ ແລະ ປ້ອງກັນການຕິດເຊື້ອ ເຊິ່ງຖືເປັນອີກກ້າວໜຶ່ງທີ່ສຳຄັນໃນການຍົກລະດັບຂົງເຂດສາທາລະນະສຸກຂອງລາວໃຫ້ມີຄວາມກ້າວໜ້າຢ່າງຕໍ່ເນື່ອງ ແລະ ຢືນຢົງ.

error:
Scroll to Top