ໃນວັນທີ 28 ພຶດສະພາ 2026, ໂຮງໝໍມະໂຫສົດ, ໄດ້ຈັດກິດຈະກຳປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2026 ຂຶ້ນຢ່າງເປັນຂະບວນການຟົດຟື້ນ ໂດຍໄດ້ຮັບກຽດຈາກ ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ເລຂາຄະນະພັກຮາກຖານ ແລະ ຜູ້ອຳນວຍການໂຮງໝໍມະໂຫສົດ ເປັນປະທານພິທີ ພ້ອມດ້ວຍຄະນະພັກ-ຄະນະນຳ ແລະ ພະນັກງານຂອງໂຮງໝໍ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດັ່ງກ່າວ ໄດ້ຮ່ວມກັນປູກຕົ້ນດອກເຈ້ຍ ແລະ ຕົ້ນໄມ້ກິນໝາກ ລວມທັງໝົດ 91 ຕົ້ນ ເພື່ອປະດັບພູມີທັດໃຫ້ສວຍງາມ ສະອາດ ຮົ່ມເຢັນ ແລະ ສົ່ງເສີມການອະນຸລັກສິ່ງແວດລ້ອມ. ພິເສດຢ່າງຍິ່ງ ໂຮງໝໍມະໂຫສົດ ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຢ່າງສູງຕໍ່ ທ່ານ ຄຳພອນ ພຸດທະວົງ ອະດີດຮອງເລຂາຄະນະພັກ ແລະ ອະດີດຮອງລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມຄະນະທີມງານຈາກກະຊວງສາທາລະນະສຸກ ທີ່ໄດ້ໃຫ້ກຽດເຂົ້າຮ່ວມກິດຈະກຳປູກຕົ້ນດອກເຈ້ຍ ໃນລະຫວ່າງເດີນທາງມາກວດສຸຂະພາບທີ່ໂຮງໝໍ. ຕົ້ນໄມ້ທີ່ໄດ້ຮ່ວມປູກໃນຄັ້ງນີ້ຈະເປັນສິລິມຸງຄຸນ ແລະ ເປັນທີ່ລະນຶກອັນດີງາມ ປະດັບໄວ້ຄູ່ກັບໂຮງໝໍມະໂຫສົດຕະຫຼອດໄປ.
