ວັນທີ 21 ພະຈິກ 2025 ໂຮງໝໍມະໂຫສົດ, ໄດ້ຈັດກິດຈະກຳກວດສຸຂະພາບ ແລະ ກວດຄ່ານ້ຳຕານໃນເລືອດ ໂດຍບໍ່ເສຍຄ່າ (ຟຣີ) ໃຫ້ແກ່ພໍ່ແມ່ປະຊາຊົນ ເພື່ອສະເຫຼີມສະຫຼອງວັນເບົາຫວານໂລກ ໃນວັນທີ 14 ພະຈິກ 2025 ໃຫ້ກຽດການເປີດກິດຈະກຳຄັ້ງນີ້ ໂດຍ ທ່ານ ດຣ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ແລະມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານໝໍ, ພະບານ, ພາກສ່ວນທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມ.
ກິດຈະກຳມີການກວດສຸຂະພາບທົ່ວໄປ, ກວດຄວາມດັນເລືອດ, ກວດຄ່ານ້ຳຕານໃນເລືອດ, ກວດຄ່າຄິດໄລ່ການດຸ່ນດ່ຽງຄວາມສົມບູນຂອງຮ່າງກາຍ (BMI) ແລະ ການແນະນຳວິທີນຳໃຊ້ຢາປິ່ນປົວພະຍາດເບົາຫວານ. ເພື່ອໃຫ້ປະຊາຊົນ ແລະ ຜູ້ມາໃຊ້ບໍລິການໄດ້ເຂົ້າເຖິງຂໍ້ມູນກ່ຽວກັບພະຍາດເບົາຫວານໃນເດັກນ້ອຍ ແລະ ຜູ້ໃຫຍ່ ໃຫ້ຮູ້ຂໍ້ມູນໃນການເບິ່ງແຍງສຸຂະພາບຄົນເຈັບ, ເພື່ອປ້ອງກັນ, ຕິດຕາມ ແລະ ແລະ ຄວບຄຸມການຂະຫຍາຍຂອງພະຍາດ. ໃນວັນວັນທີ 14 ພະຈິກ ຂອງທຸກໆປີ ແມ່ນວັນທີ່ມີຄວາມໝາຍສຳຄັນເພື່ອລະນຶກເຖິງ ຄົນເຈັບພະຍາດເບົາຫວານໃນທົ່ວໂລກກໍ່ຄືຄົນເຈັບເບົາຫວານໃນ ສປປ ລາວ.
