ພິທີຮັບຕ້ອນ ທ່ານ Pio Smith ຜູ້ອຳນວຍການ UNFPA ປະຈຳພາກພື້ນອາຊີ ແລະ ປາຊີຟິກ (APRO) ລົງຢ້ຽມຢາມໂຮງໝໍມະໂຫສົດ.

ວັນທີ 30 ກັນຍາ 2025, ໄດ້ມີພິທີຮັບຕ້ອນ ທ່ານ Pio Smith ຜູ້ອຳນວຍການ UNFPA ປະຈຳພາກພື້ນອາຊີ ແລະ ປາຊີຟິກ (APRO), ເຊິ່ງນຳພານະຮັບຕ້ອນໂດຍທ່ານ . ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຄະນະອຳນວຍການ, ທີມງານຮັບຜິດຊອບ ແລະ ຜູ້ຕາງໜ້າຂອງອົງການ UNFPA. ການລົງຢ້ຽມຢາມຄັ້ງນີ້ມີ 02 ຈຸດປະສົງ ເຊັ່ນ: ແມ່ນຮັບການລາຍງານການຈັດຕັ້ງປະຕິບັດຂອງ ສູນໃຫ້ຄວາມຊ່ວເຫຼືອແມ່ຍິງ ແລະ ເດັກ ທີ່ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ, ການລົງຢ້ຽມຢາມສູນດັ່ງກ່າວ ແລະ ຕິດຕາມການບໍລິການສຸຂະພາບແມ່ ແລະ ເດັກ.

ໃນນັ້ນ, ທ່ານ . ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຮັບຕ້ອນແລ ຂໍສືບຕໍ່ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດ ເນື່ງຈາກວ່າ, ສູນດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການຊ່ວຍເຫຼືອຜູ້ທີ່ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.

error:
Scroll to Top