ວັນທີ 30 ກັນຍາ 2025, ໄດ້ມີພິທີຮັບຕ້ອນ ທ່ານ Pio Smith ຜູ້ອຳນວຍການ UNFPA ປະຈຳພາກພື້ນອາຊີ ແລະ ປາຊີຟິກ (APRO), ເຊິ່ງນຳພາຄະນະຮັບຕ້ອນໂດຍທ່ານ ນ. ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຄະນະອຳນວຍການ, ທີມງານຮັບຜິດຊອບ ແລະ ຜູ້ຕາງໜ້າຂອງອົງການ UNFPA. ການລົງຢ້ຽມຢາມຄັ້ງນີ້ມີ 02 ຈຸດປະສົງ ເຊັ່ນ: ແມ່ນຮັບການລາຍງານການຈັດຕັ້ງປະຕິບັດຂອງ ສູນໃຫ້ຄວາມຊ່ວຍເຫຼືອແມ່ຍິງ ແລະ ເດັກ ທີ່ຖຶກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ, ການລົງຢ້ຽມຢາມສູນດັ່ງກ່າວ ແລະ ຕິດຕາມການບໍລິການສຸຂະພາບແມ່ ແລະ ເດັກ.
ໃນນັ້ນ, ທ່ານ ນ. ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວຮັບຕ້ອນແລ ຂໍສືບຕໍ່ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດ ເນື່ງຈາກວ່າ, ສູນດັ່ງກ່າວແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການຊ່ວຍເຫຼືອຜູ້ທີ່ເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ ແລະ ການຄ້າມະນຸດ.
