ກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມື ໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11.

ວັນທີ 29-30 ສິງຫາ 2025 ໂຮງໝໍມະໂຫສົດ ແລະ ສູນຫົວໃຈ ສິລິກິດ ພາກຕາເວັນອອກສຽງເໜືອ, ຄະນະແພດສາດ ມະຫາວິທະຍາໄລ ຂອນແກ່ນ ຈັດກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມື ໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11. ໃຫ້ກຽດການເປັນປະທານໃນຄັ້ງນີ້ແມ່ນ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ . ຄຳແພງ ແກ້ງມະນີວົງ ຫົວໜ້າສູນຫົວໃຈ-ເສັ້ນເລືອດ,  ທ່ານ Assist.Prof. Chawalit Wongbuddha Deputy Director of QSHC,KKU ແລະ ທ່ານ Asso.Prof. Sompop Prathanee Thorcic Surgery KKU. ເຊິ່ງມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆເຊັ່ນ: ຄະນະອຳນວຍການ, ທ່ານໝໍ, ພະຍາບານ ແລະ ວິຊາການ ໂຮງໝໍມະໂຫສົດ ແລະ ທີມງານຈາກ ມະຫາວິທະຍາໄລ ຂອນແກ່ນກໍ່ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມວິຊາການ ການແລກປ່ຽນປະສົບການ, ການພັດທະນາຄວາມຮ່ວມມືໃນການຜ່າຕັດເສັ້ນເລືອດຫົວໃຈ ແລະ ປິ່ນປົວພະຍາດຫົວໃຈ (KKU-Mahosot Hospital) ຄັ້ງທີ 11 ຢ່າງເປັນທາງການ. ກອງປະຊຸຄັ້ງນີ້ຈັດຂື້ນເພື່ອພັດທະນາການຮ່ວມມື, ເສີມສ້າງການຮຽນຮູ້ກ່ຽວກັບການຜ່າຕັດເສັ້ນເລືອດຫົວໃຈ ເຊັ່ນ: ການຜ່າຕັດເສັ້ນເລືອດຫົວໃຈຕີບ ແລະ ຜ່າຕັດເສັ້ນເລືອດໂພ່ງ ເປັນຕົ້ນ. ພາຍໃນກອງປະຊຸມຍັງມີການແລກປ່ຽນປະສົບການການຜ່າຕັດເສັ້ນເລືອດຫົວໃຈ ແລະ ການປິ່ນປົວພະຍາດຫົວໃຈ ຂອງທີມແພດ ລາວ ແລະ ທີມແພດ ປະເທດໄທ, ເພື່ອເປັນການພັດທະນາ ແລະ ຍົກລະດັບທາງດ້ານວິຊາການໃນການບົ່ງມະຕິ ແລະ ການປິ່ນປົວພະຍາດຫົວໃຈໄດ້ທັນເວລາ ໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າທີ່ໃຊ້ບໍລິການຢູ່ຮງໝໍມະໂຫສົດ.

error:
Scroll to Top