ວັນທີ 28 ສິງຫາ 2025 ໂຮງໝໍມະໂຫສົດ, ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ແລະ ໂຮງໝໍຣາຊວິຖີ ປະເທດໄທ ຈັດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03 ປະຈຳປີ 2025 ໃຫ້ກຽດການເປັນປະທານຂອງ ທ່ານ ດຣ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ ຮສ.ດຣ. ບົວຈັນຣາຊຈັກ ປະທານສະມາຄົມ ແພດກະເພາະລຳໃສ້ ແລະ ຕັບລາວ ແລະ ທ່ານ ດຣ. ທະວີ ຣັດຕານາຊຸເອກ ໂຮງໝໍ ຣາຊວິຖີ ປະເທດໄທ. ຍັງມີໂຮງໝໍສູນກາງ, ໂຮງໝໍແຂວງ 12 ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.
ທ່ານ ດຣ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດກອງປະຊຸມວິຊາການປະຈຳປີ ສະມາຄົມແພດກະເພາະລຳໃສ້ ແລະ ຕັບລາວ ຄັ້ງທີ 03 ປະຈຳປີ 2025 ຢ່າງເປັນທາງການ, ພາຍໃຕ້ຫົວຂໍ້ “ ພື້ນຖານການສ່ອງກະເພາະລຳໃສ້, ການຕັດຕິ່ງ ແລະ ການຢຸດເລືອດໄຫຼກະເພາະລຳໃສ້”.
ກອງປະຊຸມຄັ້ງນີ້ຈັດຂຶ້ນເພື່ອເປັນການເສີມສ້າງ, ການຮຽນຮູ້ກ່ຽວກັບພື້ນຖານທີ່ຖືກຕ້ອງໃນການສ່ອງກະເພາະລຳໃສ້ ແລະ ມີຄວາມສຳຄັນຢ່າງຍິ່ງໃນການບົ່ງມະຕິພະຍາດ ໃຫ້ມີການຄວາມຊັດເຈນ ແລະ ປອດໄພ. ນອກຈາກນີ້, ຍັງມີກິດຈະກຳການຝຶກອົບຮົມ, ການຮຽນຮູ້ທັກສະທາງດ້ານວິຊາການກ່ຽວກັບການປິ່ນປົ່ວພະຍາດຜ່ານກ້ອງເຊັ່ນ: , ເຕັກນິກການຕັດຕິ່ງຂະໜາດໃຫຍ່ ຢູ່ກະເພາະລຳໃສ້, ເຕັກນິກການຢຸດເຫຼືອດໄຫຼດ້ວຍ Hemoclip, ເປັນການຫຼຸດຜ່ອນການຜ່າຕັດ, ອັດຕາການຕາຍ ແລະ ອັດຕາການເປັນມະເຮັງໃນອະນາຄົດ.





