ພິທີປະກາດພະນັກງານນໍາພາ-ຄຸ້ມຄອງ ທີ່ດໍາລົງຕໍາແໜ່ງປະເພດ 3 ພັກການ-ຮັບອຸດໜູນບໍານານ, ໂຮງໝໍມະໂຫສົດ

ວັນທີ 25 ສິງຫາ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີປະກາດພະນັກງານນໍາພາ-ຄຸ້ມຄອງ ທີ່ດໍາລົງຕໍາແໜ່ງປະເພດ 3 ພັກການ-ຮັບອຸດໜູນບໍານານ, ໂຮງໝໍມະໂຫສົດ ໂດຍໄດ້ຮັບກຽດການເປັນປະທານຂອງ ທ່ານ ປອ.ດຣ. ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຫົວໜ້າກົມຈັດຕັ້ງ-ພະນັກງານ, ຜູ້ອໍານວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ, ຄະນະພັກ, ຄະນະພະແນກ, ຄະນະຂະແໜງ ແລະ ພະນັກງານແພດໝໍວິຊາການກໍ່ໄດ້ເຂົ້າຮ່ວມ. ໃນພິທີ, ໄດ້ມີການປະກາດ ພະນັກງານນໍາພາ-ຄຸ້ມຄອງ ທີ່ດໍາລົງຕໍາແໜ່ງປະເພດ 3 ພັກການ-ຮັບອຸດໜູນບໍານານ ຈໍານວນ 02 ທ່ານ:
1.     ທ່ານ ດຣ. ບຸນໂຮມ ກັນທະວົງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ
2.     ທ່ານ ນ. ບົວວັນ ປະທຸມທອງ ຮອງຜູ້ອໍານວຍການໂຮງໝໍມະໂຫສົດ

  ໃນໂອກາດດັ່ງກ່າວ ທ່ານ ປອ.ດຣ. ບຸນເສີດ ແກ້ວປະສິດ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວມີຄໍາເຫັນ ແລະ ສະແດງຄວາມຍ້ອງຍໍຊົມເຊີຍຢ່າງສຸດໃຈ ຕໍ່ຜົນງານໄລຍະຜ່ານມາ ໃນການເສຍສະຫຼະ, ການອຸທິດເຫື່ອແຮງ, ຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາປະກອບສ່ວນວຽກງານຢ່າງຫຼວງຫຼາຍ ຂອງທັງສອງທ່ານເຊິ່ງຜົນງານ ແລະ ຄວາມດີງາມເຫຼົ່ານັ້ນ ໄດ້ກາຍເປັນແບບຢ່າງອັນດີງາມໃຫ້ແກ່ພະນັກງານ-ແພດໝໍ ລຸ້ນຫຼັງຂອງໂຮງໝໍມະໂຫສົດ ໄດ້ຮຽນຮູ້ ແລະ ສືບທອດຕໍ່ໄປ.

error:
Scroll to Top