ວັນທີ 06 ພຶດສະພາ 2026, ໂຮງໝໍມະໂຫສົດ ໄດ້ໃຫ້ການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ແກ່ພະນັກງານ ຫ້ອງວ່າການສູນກາງພັກ ຈຳນວນ 235 ທ່ານ, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ໃຫ້ກຽດການເປີດພິທີໂດຍ ທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ກຳມະການພັກກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມະໂຫສົດ, ບັນດາສະຫາຍຄະນະພັກ, ຄະນະນຳ, ຄະນະຮັບຜິດຊອບ, ຄະນະແພດໝໍ ແລະ ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກກໍ່ໄດ້ເຂົ້າຮ່ວມ. ໃນການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ, ກວດວິເຄາະເລືອດ, ວັດແທກສາຍຕາ, ເອໂກຜົ້ງທ້ອງ ແລະ ເອັກສະເລປອດ (ຮູບພາບ-ລັງສີ) ແລະ ແທກຄື້ນຫົວໃຈ. ຫຼັງຈາກໄດ້ຮັບກການບໍລິການກວດສຸຂະພາບສຳເລັດແລ້ວ ໂຮງໝໍມະໂຫສົດ ແມ່ນຈະໄດ້ເຮັດປື້ມສະຫຼຸບການກວດ ແລະ ໃບຍັ້ງຢືນສຸຂະພາບໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.
ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີມງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆທາງພາກລັດ ແລະ ເອກກະຊົນ ພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.
