ການບໍລິການກວດເຊັກສຸຂະພາບປະຈຳປີ ນອກສະຖານທີ່ ໃຫ້ແກ່ ຫ້ອງວ່າການສູນກາງພັກ, ວັນທີ 06 ພຶດສະພາ 2026.

ວັນທີ 06 ພຶດສະພາ 2026, ໂຮງໝໍມະໂຫສົດ ໄດ້ໃຫ້ການບໍລິການກວດສຸຂະພາບປະຈຳປີ ນອກສະຖານທີ່ ແກ່ພະນັກງານ ຫ້ອງວ່າການສູນກາງພັກ ຈຳນວນ 235 ທ່ານ, ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ຫ້ອງວ່າການສູນກາງພັກ ໃຫ້ກຽດການເປີດພິທີໂດຍ ທ່ານ ຜາຄຳ ອິນແສງ ກຳມະການສູນກາງພັກ, ຄະນະປະຈຳພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ທ່ານ ປອ.. ຊູຊາດ ວົງພະຈັນ ກຳມະການພັກກະຊວງສາທາລະນະສຸກ, ຜູ້ອຳນວຍການໂຮງໝໍມະໂຫສົດ, ບັນດາສະຫາຍນະພັກ, ຄະນະນຳ, ຄະນະຮັບຜິດຊອບ, ຄະນະແພດໝໍ ແລະ ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສູນກາງພັກກໍ່ໄດ້ເຂົ້າຮ່ວມ. ໃນການກວດສຸຂະພາບຄັ້ງນີ້ ແມ່ນກວດສຸຂະພາບທົ່ວໄປ, ກວດວິເຄາະເລືອດ, ວັດແທກສາຍຕາ, ເອໂກຜົ້ງທ້ອງ ແລະ ເອັກສະເລປອດ (ຮູບພາບ-ລັງສີ) ແລະ  ແທກຄື້ນຫົວໃຈ. ຫຼັງຈາກໄດ້ຮັບການບໍລິການກວດສຸຂະພາບສຳເລັດແລ້ວ ໂຮງໝໍມະໂຫສົດ ແມ່ນຈະໄດ້ເຮັດປື້ມສະຫຼຸບການກວດ ແລະ ໃບຍັ້ງຢືນສຸຂະພາບໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ.

ໃນປັດຈຸບັນ, ໂຮງມໍມະໂຫສົດ ແມ່ນມີທີມງານການບໍລິການສຸຂະພາບປະຈຳປີ ໃຫ້ແກ່ພາກສ່ວນຕ່າງໆທາງພາກລັດ ແລະ ເອກກະຊົນ ພາຍໃນ ແລະ ນອກສະຖານທີ່ ເຊັ່ນ: ໂຮງງານ, ບໍລິສັດ, ຮ້ານ ແລະ ອື່ນໆ. ໃນນັ້ນ, ໂຮງໝໍມີຊ່ຽວຊານສະເພາະທາງ, ອຸປະກອນການແພດ ທີ່ທັນສະໄໝ ແລະ ສິ່ງອຳນວຍຄວາມສະດວກຕ່າງໆໃນການເຄື່ອນໄຫວກິດຈະກຳ. ເພື່ອເຮັດໃຫ້ເກີດຄວາມສະດວກ, ວ່ອງໄວ, ຮັບປະກັນຄຸນນະພາບການບໍລິການ ແລະ ເຮັດໃຫ້ຜູ້ທີ່ມາຮັບບໍລິການເກີດຄວາມເພິ່ງພໍໃຈ.

error:
Scroll to Top