ພິທີໄວ້ອາໄລ ແລະ ລະນຶກເຖິງ​ຄຸນ​ງາມຄວາມດີຂອງ ທ່ານ Professor Sir Nicholas John White

ວັນທີ 06 ກຸມພາ 2026, ທີ່ໂຮງໝໍມະໂຫສົດ ໄດ້ມີການຈັດພິທີໄວ້ອາໄລ ແລະ ລະນຶກເຖິງຄຸນງາມຄວາດີຂອງ ທ່ານ Professor Sir Nicholas John White ອະດິດປະທານໜ່ວຍງານຄົ້ນຄ້ວາ ອາຊີຕາເວັນອອກສຽງໃຕ້ອງ Wellcome Trust. ເຊິ່ງມີພາກສ່ວນຕ່າງໆເຂົ້າຮ່ວມເຊັ່ນ: ຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ຄະນະອຳນວຍການ, ອະດິດລັດຖະມົນຕີກະຊວງສາທາລະນະສຸກ, ອະທິການບໍດີ ວິທະຍາໄລວິທະຍາສາດສຸຂະພາບ, ຫົວໜ້າໂຄງການLOMWRU, ບັນດາຊ່ຽວຊານ, ທ່ານໝໍ, ພະຍາບານ ແລະ ວິຊາການຂອງໂຮງໝໍມະໂຫສົດກໍ່ໄດ້ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ສະແດງຄວາມເສຍໃຈຢ່າງສຸດຊຶ້ງມາຍັງຄອບຄົວ, ເພື່ອນຮ່ວມງານ ແລະ ວົງການແພດສາກົນ ຕໍ່ກັບການຈາກໄປຂອງ ທ່ານ Professor Sir Nicholas John White ນັກວິຊາການທີ່ຊົງຄຸນຄ່າ, ເຊິ່ງທ່ານໄດ້ອຸທິດກຳລັງກາຍກຳລັງໃຈ ແລະ ສະຕິປັນຍາເພື່ອພັດທະນາກວຽກງານດ້ານວິຊາການ, ຖອດຖອນຄວາມຮູ້, ປະສົບການ, ຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ແພດໝໍ, ນັກວິໄຈໃຫ້ມີຄວາມສາມາດລະດັບສາກົນ ແລະ ຍັງໄດ້ມີການສ້າງຕັ້ງຫ້ອງວິເຄາະຢູ່ພະແນກຈຸລິນຊີວິທະຍາ, ໂຮງໝໍມະໂຫສົດ ໂດຍການຮ່ວມມືລະຫວ່າງ ໂຮງໝໍມະໂຫສົດ, ມະຫາວິທະຍາໄລອ໋ອກຟອດ ແລະ ແວວຄຳຕຼັສ (LOMWRU).

ໃນນັ້ນ, ທ່ານ ປອ.ດຣ. ມາຍຟອງ ມາຍຊາຍ ອະທິການບໍດີ ວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ຮສ.ດຣ. ບຸນກອງ ສີຫາວົງ ອະດິດລັດລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ Professor Elizabeth Ashley ຜູ້ອຳນວຍການໂຄງການ LOMWRU ກໍ່ໄດ້ຮ່ວມກ່າວໄວ້ອາໄລ ແລະ ລະນຶກເຖິງຄຸນງາມຄວາມດີ ຂອງ ທ່ານ Professor Sir Nicholas John White ທີ່ມີຜົນງານອັນໃຫຍ່ຫຼວງຕໍ່ກັບວົງການສາທາລະນະສຸກ, ສປປ ລາວ.ທ່ານຍັງເປັນຜູ້ບຸກເບີກການສຶກສາ, ຄົ້ນຄວ້າວິທີການປິ່ນປົວພະຍາດ ແລະໄດ້ຊ່ວຍຊິວິດຄົນຫຼາຍລ້ານຄົນໃນທົ່ວໂລກ.

Scroll to Top