ພິທີສະຫຼຸບ ການຈັດຕັ້ງປະຕິບັດວຽກງານບໍລິການສຸຂະພາບ ປະຈຳປີ 2025 ແລະ ທິດທາງແຜນການ ປີ 2026 ຂອງໂຮງໝໍມະໂຫສົດ.

ວັນທີ 15 ມັງກອນ 2026, ໂຮງໝໍມະໂຫສົດ ໄດ້ຈັດພິທີສະຫຼຸບ ການຈັດຕັ້ງປະຕິບັດວຽກງານບໍລິການສຸຂະພາບ ປະຈຳປີ 2025 ແລະ ທິທາງແຜນການ ປີ 2026 ຂອງໂຮງໝໍມະໂຫສົດ, ໃຫ້ກຽການເປັນປະທານໂດຍ ທ່ານ ນ. ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ເຊີ່ງມີຜູ້ເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ອະດິດການນຳກະຊວງສາທາລະນະສຸກ, ພະນັກງານອາວຸໂສບຳນານ, ຄະນະສູນ, ຄະນະກົ, ໂຮງໝໍສູນກາງ, ຄະນະພະແນກ, ຄະນະຂະແໜງ, ພະນັກງານແພດໝໍ ແລະ ພາກສ່ວນກ່ຽວຂ້ອງ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ ຈຳນວນ 227 ທ່ານ (ຍິງ 168 ທ່ານ).

          ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວວຽກງານບໍລິການສຸຂະພາບ ປະຈຳປີ 2025 ແລະ ບົດລາຍງານກ່ຽວກັບກາກໍ່ສ້າງຕຶກໃໝ່ (ໄລຍະ 01 ແລະ 02), ທ່ານ ດ. ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຜ່ານແຜນທິທາງ ປີ 2026, ທ່ານ ດ. ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ຜ່ານຂໍ້ແຂ່ງຂັນຮັກຊາດ, ພັດທະນາ ປະຈຳປີ 2025 , ແຜນພັດທະນາການບໍລິການສຸຂະພາບ ປີ 2026 ຂອງໂຮງໝໍມະໂຫສົດ ແລະ ທ່ານ ດ. ສຸມ ສີສະເກດ ຫົວໜ້າພະແນກຈັດຕັ້ງ-ພະນັກງານ ໄດ້ຜ່ານຂໍ້ຕົກລົງການຍ້ອງຍໍພະນັກງານດີເດັ່ນ ປີ 2025 ຂອງໂຮງໝໍມະໂຫສົດ.

          ພິທີດັ່ງກ່າວ, ທ່ານ ນ. ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວມີຄຳເຫັນ, ໃຫ້ທິດຊີ້ນຳ ແລະ ຍ້ອງຍໍຊົມເຊີຍຜົນສຳເລັດຂອງການເຄື່ອນໄຫວວຽກງານບໍລິການສຸຂະພາບ ປະຈຳປີ 2025 ແລະ ແຜນພັດທະນາ ປີ 2026, ໃນການຍົກສູງການບໍລິການສຸຂະພາບ, ການປະຕິບັດນະໂຍບາຍ 5 ດີ 1 ພໍໃຈ , ການພັດທະນາບຸກຄະລາກອນໃຫ້ຫຼາຍສາຂາວິຊາການ ພ້ອມຍົກສູງດ້ານຈັນຍາບັນ-ຈັນຍາທຳ ສ້າງຄວາມເຊື່ອໝັ້ນຂອງສັງຄົມເພີ່ມຂຶ້ນ, ຈັດຕັ້ງຜັນຂະຍາຍຜົນຂອງກອງປະຊຸມຄັ້ງນີ້ກໍ່ຄື: ແຜນພັດທະນາວຽກງານບໍລິການປິ່ນປົວ ຂອງໂຮງໝໍມະໂຫສົດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງທີ່ສຸດ.

Scroll to Top