ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະວັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 02 ທັນວາ 1975 – ວັນທີ 02 ທັນວາ 2025) ໃຫ້ແກ່ພະນັກງານ-ລັດຖະອນປະຈຳການ ແລະ ພະນັກງານບຳນານ ຂອງໂຮງໝໍມະໂຫສົດ.

ວັນທີ 13 ມັງກອນ 2026, ທີ່ຜານມາ ໂຮງໝໍມະໂຫສົດ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະວັດ ປະຊາທິປະໄຕ ປະຊາຊົນລາວ (ວັນທີ 02 ທັນວາ 1975 - ວັນທີ 02 ທັນວາ 2025) ໃຫ້ແກ່ພະນັກງານ-ລັດຖະກອນປະຈຳການ ແລະ ພະນັກງານບຳນານ. ໂດຍການເປັນປະທານຂອງ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ເຊິ່ງມີຜູ້ເຂົ້າຮ່ວມເຊັ່ນ: ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ພະນັກງານອາວຸໂສບຳນານ, ຂະແໜງ ແລະ ພະນັກງານແພດໝໍ ກໍ່ເຂົ້າຮ່ວມຢ່າງພ້ອມພຽງ ລວມທັງໝົດ 228 ທ່ານ.

ພິທີປະດັບຫຼຽນກາລະນຶກ 50 ປີ ໃຫ້ກຽດການປະດັບຫຼຽນໂດຍ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ແລະ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ເຊິ່ງການປະດັບຫຼຽນກາລະນຶກ 50 ປີ ໃຫ້ແກ່ພະນັກງານ-ລັດຖະກອນປະຈຳການ ແລະ ພະນັກງານບຳນານ ຂອງໂຮງໝໍມະໂຫສົດ ເຊັ່ນ: ຄະນະພັກຮາກຖານ, ຄະນະອຳນວຍການ, ຄະນະພະນັກແນກ, ຄະນະຂະແໜງ, ພະນັກງານອາວຸໂສບຳນານ ແລະ ພະນັກງານແພດໝໍ ທັງໝົດ 571 ທ່ານ (ຍິງ 345 ທ່ານ). ໃນນັ້ນ, ພະນັກງານ-ລັດຖະກອນປະຈຳການ 310 ທ່ານ ແລະ ພະນັກງານບຳນານ 261 ທ່ານ. ທັງນີ້ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳ, ອະດິດການນຳ ແລະ ພະນັກງານໃນປັດຈຸບັນ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານ.

Scroll to Top