ພິທີເຊັນສັນຍາ ບົດບັນທຶກການຮ່ວມມື (MOU) ທາງດ້ານວິຊາການ ລະຫວ່າງ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ, ສປປ ລາວ ແລະ ມະຫາວິທະຍາໄລ ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ ຮ່ວາງກຽນ, ແຂວງ ຮ່າໂນ່ຍ, ສສ ຫວຽດນາມ.

ວັນທີ 06 ທັນວາ 2025 ໂຮງໝໍມະໂຫສົດ ໄດ້ຈັດພິທີ ເຊັນສັນຍາບົດບັນທຶກການຮ່ວມມື (MOU) ທາງດ້ານວິຊາການ ລະຫວ່າງ ໂຮງໝໍມະໂຫສົດ, ກະຊວງສາທາລະນະສຸກ, ລາວ ແລະ ມະຫາວິທະຍາໄລ  ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ, ຮ່ວາງກຽນ, ແຂວງ ຮ່າໂນ່ຍ, ຫວຽດນາມ.  ເຊິ່ງມີຜູ້ຕາງໜ້າເຂົ້າຮ່ວມເຊັ່ນ: ຄະນະອຳນວຍການ ໂຮງໝໍມະໂຫສົດ, ຄະນະອຳນວຍການໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ, ຄະນະພະແນກ, ຄະນະຂະແໜງ, ທີມງານມະຫາວິທະຍາໄລ  ແພດສາດມິດຕະພາບຫວຽດນາມ-ເຢຍລະມັນ ຫວຽດນາມ ແລະ ວິຊາການທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມ.

          ພິທີເຊັນສັນຍາບົດບັນທຶກການຮ່ວມມື ຄັ້ງນີ້ໄດ້ລົງນາມໂດຍ ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການ ໂຮງໝໍມະໂຫສົດ ແລະ ທ່ານ ເຍື່ອງ ວັນ ຮຸ່ງ ຜູ້ອຳນວຍການໂຮງໝໍມິດຕະພາບຫວຽດນາມ-ເຢຍລະມັນ. ທັງ 02 ຝ່າຍ ຕົກລົງເຫັນດີຊ່ວຍເຫຼືອກໍ່ສ້າງດ້ານການແພດ, ການຮ່ວມມືທາງດ້ານວິຊາການ, ຕອບສະໜອງການບໍລິການດ້ານດານແພດທີ່ມີຄຸນນະພາບສູງ, ຊຸກຍູ້ການຮ່ວມມືດ້ານການແພດເພື່ອເພີ່ມທະວີສາຍພົວພັນ  ແລະ ຍົກສູງຄຸນນະພາບການບໍລິການທາງດ້ານການແພດ, ເພື່ອເພີ່ມຄວາມສາມັກຄີ ແລະ ສ້າງສາຍພົວພັນ ລະຫວ່າງ ລາວ ແລະ ຫວຽດນາມ.

Scroll to Top