ກິດຈະກຳການຜ່າຕັດສົບແຫວ່ງ-ເພດານໂຫວ່ ໂດຍການຮ່ວມມືລະຫວ່າງ ໂຮງໝໍມະໂຫສົດ, ມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ມູນນິທິ ຮອຍຍີ້ມແມ່ ສປ ຈີນ.

ວັນທີ 20 ພະຈິກ 2025 ໂຮງໝໍມະໂຫສົດ, ຮ່ວມມືກັບ ມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ມູນິທິ ຮອຍຍີ້ມແມ່ ຈີນ (China Women’s Development Foundation), ໄດ້ຈັດພິທີເປີດກິດຈະກຳການຜ່າຕັດສົບແຫວ່ງ-ເພດານໂຫວ່ ຫົວຂໍ້: ‘’ຮອຍຍິ້ມແມ່ ຄວາມຮັກໃນປະເທດລາວ ປີ 2025’’  ໃຫ້ກຽດການເປັນປະທານໂດຍ ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ, ທ່ານ . ພູຄຳ ວົງວິຈິດ ປະທານມູນນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ທ່ານ Han Kai Founder of smile for Mother Project, the sixth National Moral Model ຈີນ. ເຊິ່ງໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປ້ານາລີ ສີສຸລິດ ພັນລະຍາ ທ່ານປະທານປະເທດແຫ່ງ ສປ ລາວ ແລະ ຕ່າງໜ້າຈາກພາກສ່ວນຕ່າງເຂົ້າຮ່ວມເຊັ່ນ: ຄະນະອຳນວຍການ, ກົມປິ່ນປົວ ແລະ ຟື້ນໜ້າທີ່ການ, ກະຊວງການຕ່າງປະເທດ, ທີມງານມູນນິທິຮອຍຍີ້ມແມ່, ພ້ອມດ້ວຍແພດໝໍ, ວິຊາການ ທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນກໍ່ໄດ້ເຂົ້າຮ່ວມ.

ທ່ານ . ໄຊຊະນະ ສົມບັນດິດ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ ແລະ ມີຄຳເຫັນ:  ການຈັດຕັ້ງປະຕິບັດ ວຽກງານການຜ່າຕັດສົບແຫວ່ງ-ເພດານໂຫວ່, ໂຮງໝໍມະໂຫສົດ ແມ່ນເລີມຈັດຕັ້ງປະຕິບັດແຕ່ປີ 2005 ເປັນຕົ້ມາ ອາການສົບແຫວ່ງ-ເພດານໂຫວ່ ເປັນຄວາມຜິດປົກກະຕິແຕ່ກຳເນີດ ທີ່ສົ່ງຜົນກະທົບໂດຍກົງຕໍ່ການກິນ, ການເວົ້າ, ການເຕີບໃຫຍ່ ແລະ ສະພາບຈິດໃຈ, ໂດຍສະເພາະເດັກນ້ອຍ ເຂົາເຈົ້າແມ່ນຕ້ອງໄດ້ຮັບການຊ່ວຍເຫຼືອທາງການແພດຢ່າງທັນເວລາ ແລະ ມີມາດຕະຖານຂອງການປິ່ນປົວ. ການຜ່າຕັດຄັ້ງນີ້ມີຄົນເຈັບມາລົງທະບຽນ 54 ກໍລະນີ ແລະ ໄດ້ຮັບການຜ່າຕັດ 40 ກໍລະນີ.

ກິດຈະກຳຄັ້ງນີ້, ແມ່ນການຜ່າຕັດສົບແຫວ່ງ-ເພດານໂຫວ່ ໃຫ້ແກ່ເດັກນ້ອຍຂອບເຂດທົ່ວປະເທດ ແລະ ເປັນການມອບຮອຍຍີ້ມໃໝ່, ຊິວິດໃໝ່, ຄວາມຫັວງ  ແລະ ຟື້ນຟູຮອຍຍີ້ມໃຫ້ແກ່ດັກນ້ອຍ.

ໃນນັ້ນ, ໂຮງໝໍມະໂຫສົດ ຂໍສະແດງຄວາມຮູ້ບຸຄຸນ ແລະ ຂອບໃຈມາຍັງທ່ານປະທານມູນິທິ ພັດທະນາລ້ານຊ້າງ-ແມ່ຂອງ ແລະ ທ່ານປະທານມູນນິທິ ຮອຍຍີ້ມແມ່ ສປ ຈີນ ທີ່ສະໜັບສະໜູນ ທາງດ້ານອຸປະກອນແພດ, ສ້າງຄວາມເຂັ້ມແຂງດ້ານວິຊາການໃຫ້ແກ່ບຸກຄະລາກອນແພດໝໍ ຂອງໂຮງໝໍມະໂຫສົດໃຫ້ດີຂຶ້ນເທື່ອລະກ້າວ.

Scroll to Top