ວັນທີ 30 ກໍລະກົດ 2025 ທ່ານ ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມພາກສ່ວນທີ່ກ່ຽວຂ້ອງໄດ້ຕ້ອນຮັບ ທ່ານ ນ. Lu Jaing ຮອງຫົວໜ້າອົງການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່ ແຫ່ງຊາດ ສປ ຈີນ ພ້ອມດ້ວຍທີມງານ ລົງຢ້ຽມຢາມໂຮງໝໍມະໂຫສົດ, ການພົບປະຄັ້ງນີ້ ທັງສອງພາກສ່ວນໄດ້ປຶກສາຫາລືໃນການຮ່ວມມື ທາງດ້ານວຽກງານການປ້ອງກັນ ແລະ ຄວບຄຸມພະຍາດຕິດຕໍ່, ທ່ານຍັງໄດ້ລົງໄປຢ້ຽມຢາມຫຼາຍໆພະແນກໃນໂຮງໝໍ ເພື່ອເປັນການຊຸກຍູ້, ເພີ່ມທະວີວຽກງານປ້ອງກັນການຄວບຄຸມພະຍາດຕິດຕໍ່ ແລະ ການຮ່ວມມືລະຫວ່າງ ສປ ຈີນ - ສປປ ລາວ.



