ກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ, ແຜນພັດທະນາ 06 ເດືອນທ້າຍປີ, ສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖາ 06 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ, ປະກາດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ, ການແຕ່ງຕັ້ງຕຳແໜ່ງປະເພດ 4,5,6, ແລະ ເຜີຍແຜ່ ເຊື່ອມຊືມເອກະສານສໍາຄັນຂອງພັກຂອງຊາດ.

ວັນທີ 31 ກໍລະກົດ 2025 ໂຮງໝໍມະໂຫສົດ ຈັດພິທີກອງປະຊຸມ ສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ, ແຜນພັດທະນາ 06 ເດືອນທ້າຍປີ, ສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖາ 06 ເດືອນຕົ້ນປີແລະ ທິດທາງແຜນການ 06 ເດືອນທ້າຍປີ, ປະກາດໃຫ້ພະນັກງານພັກການ-ຮັບອຸດໜູນບຳນານ, ການແຕ່ງຕັ້ງຕຳແໜ່ງປະເພດ 4,5,6, ແລະ ເຜີຍແຜ່ ເຊື່ອມຊືມເອກະສານສໍາຄັນຂອງພັກຂອງຊາດໂດຍການເປັນປະທານຂອງ ທ່ານ ປອ.ຣ ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ, ຄະນະພັກ, ຄະນະອຳນວຍການ, ຄະນະພະແນກ, ຄະນະຂະແໜງ, ສະມາຊິກພັກ, ພະນັກງານແພດໝໍ ແລະ ພະຍາບານ ກໍ່ໄດ້ເຂົ້າຮ່ວມ.

ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ໃຫ້ກຽດກ່າວເປີດພິທີກອງປະຊຸມຢ່າງເປັນທາງການ, ໃນກອງປະຊຸມທ່ານ ດ. ໄຄສີ ລາດຊະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ຂື້ນຜ່ານບົດສະຫຼຸບການຈັດຕັ້ງເຄື່ອນໄຫວການບໍລິການສຸຂະພາບ 06 ເດືອນຕົ້ນປີ ແລະ ແຜນພັດທະນາ 06 ເດືອນທ້າຍປີ, ທ່ານ ດ. ບຸນໂຮມ ກັນທະວົງ ຮອງຜູ້ອຳນວຍການໂຮງໝໍມະໂຫສົດ ຜ່ານສະຫຼຸບການຈັດຕັ້ງເຄື່ອນໄຫວ ຂອງຄະນະພັກຮາກຖານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 06 ເດືອນທ້າຍປີ;

ທ່ານ ດ. ສຸມ ສີສະເກດ ຫົວໜ້າພະແນກຈັດຕັ້ງ-ພະນັກງານ ຂຶ້ນຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໃຫ້ພະນັກງານ-ລັດຖະກອນ ພັກການຮັບອຸດໜູນບຳ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າພະແນກຂອງໂຮງໝໍ, ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຂະແໜງ ຂອງສູນຫົວໃຈ-ເສັ້ນເລືອດ ໂຮງໝໍມະໂຫສົດ ແລະ ມະຕິຕົກລົງວ່າດ້ວຍການມອບໃບຢັ້ງຢືນ ໜ່ວຍພັດປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024. ຍັງມີພິທີມອບຂໍ້ຕົກລົງໃຫ້ແກ່ພະນັກງານ-ລັດຖະກອນ ທີ່ພັກການ-ຮັບອຸດໜູບຳນານ, ພະນັກງານທີ່ໄດ້ຮັບຕຳແໜ່ງໃໝ່ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2024 ໃຫ້ແກ່ 10 ໜ່ວຍພັກຂອງ ໂຮງໝໍມະໂຫສົດ.

ຫຼັງຈາກນັ້ນ, ທ່ານປະທານ ກໍ່ໃຫ້ກຽດເຜີຍແຜ່-ເຊື່ອມຊືມ ເອກະສານສຳຄັນຂອງພັກ ຂອງຊາດ, ຍ້ອງຍໍຊົມເຊີຍ ພະນັກງານ-ລັດຖະກອນ ທີ່ໄດ້ຮັບອຸດໜູນບຳນານ ທີ່ເສຍສະຫຼະເຮັດໜ້າທີ່ແພດໝໍຕະຫຼອດໄລຍະຜ່ານມາ, ປະກອບສ່ວນອຸດທິເຫື່ອແຮງ ແລະ ສະຕິປັນຍາ ເຂົ້າໃນພາລະກິດທີ່ຖຶກມອບໝາຍ ກາຍເປັນແບບຢ່າງທີ່ດີ ໃຫ້ແກ່ພະນັກງານລຸ້ນຫຼັງ ຂອງໂຮງໝໍມະໂຫສົດ. ໃນນັ້ນ, ທ່ານປະທານ ຍັງໃຫ້ທິດຊີ້ນຳ,ໂອ້ລົມ ແລະ ຊົມເຊີຍ ບັນດາພະນັກງານ-ລັດຖະກອນ ທີ່ໄດ້ຮັບຕຳແໜງຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຫົວໜ້າຂະແໜງ ແລະ ຮອງຫົວໜ້າຂະແໜງທີ່ໄດຮັບຕຳແໜງໃໝ່.

error:
Scroll to Top