ພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 70 ປີ, ຂອງ​ໂຮງ​ໝໍ​ມະ​ໂຫ​ສົດ.

ວັທີ17 ກໍລະກົ2025 ໂຮງໝໍມະໂຫສົດ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ70 ປີ (20 ກໍລະກົດ 1955 – 20 ກໍລະກົດ 2025) ໂດຍໃຫ້ກຽດການເປັນປະທານຂອງ ທ່ານ ປອ.. ຊູຊາດ ວົງພະຈັ ຜູ້ອຳນວຍການໂຮງໝໍໂຫສົດ, ທ່ານ . ໂພຄຳ ວົງໄຊ ປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດໃນນັ້ນຍັງມີ ຄະນະພັກ, ຄະນະອຳນວຍການ, ຄະນະບໍລິຫານງານຊາວໜຸ່ມ, ຄະນະບໍລິຫານງານກຳມະບານ, ພະນັກງານອາວຸໂສບຳນານ, ພະນັກງານແພດໝໍ, ພະຍາບານ ແລະ ພາກສ່ວນທີ່ກ່ຽວຂ້ອງກໍ່ໄດ້ເຂົ້າຮ່ວມຢ່າງຝົດຟື້ນ.

ທ່ານ ປອ.. ຊູຊາດ ວົງພະຈັນຜູ້ອຳນວຍການໂຮງໝໍມະໂຫສົດ ໄດ້ກ່າວເປີດພິທີ, ໃຫ້ຄຳເຫັນ, ຍ້ອງຍໍຊົມຊີຍສະຫະພັນແມ່ຍິງໂຮງໝໍມະໂຫສົດ ແລ ໃຫ້ທິດຊີ້ນຳໃນການຈັດຕັ້ງປະຕິບັດວຽກງານຂອງສະຫະພັນແມ່ຍິງ. ທ່ານ ນ. ໂພຄຳ ວົງໄຊ ປະທານສະຫະພັນແມ່ຍິງໂຮງໝໍມະໂຫສົດ ໄດ້ຜ່ານບົດສະຫຼຸບວຽກງານການຈັດຕັ້ງປະຕິບັດປະຈຳປີ2024 ແລະ ແຜນພັດທະນາ ປີ2025 ຂອງສະຫະພັນແມ່ຍິງ ໂຮງໝໍມະໂຫສົດ, ທ່ານ ນ. ໜໍ່ຄຳ ບຸດຕະວົງ ຮອງປະທານສະຫະພັນແມ່ຍິງ ໂຮງໝໍມະໂຫສົດ ໄດ້ເລົ່າມູນເຊື້ອ, ປະຫວັດຄວາມເປັນມາຂອງວັນສ້າງຕັ້ງສະຫະພັນແມ່ຍິລາວ. ໃນນັ້ນ, ຍັງມີການມອບໃບຍ້ອງຍໍ ຂໍ້ແຂ່ງຂັນ 03 ດີ ໃຫ້ແກ່ຫົວໜ້າຈຸ ແລະ ສະມາຊິກສະຫະພັນແມ່ຍິງ ໂຮງໝໍມະໂຫສົດ, ຍັງໄດ້ຈັດກິດຈະກຳ ການກວດຄັດກອງມະເຮັງເຕົ້ານົມ ດ້ວຍເຄື່ອງ Ultrasound ແລະ ປະເມີນໂພຊະນາການ, ສິລະປະ, ຮ້ອງເພງ, ຫຼິ້ນເກມປະກອບຄຳ, ຕອບຄຳຖາມ ແລະ ເປີດຕະຫຼາດນັດຂາຍສິນຄ້າ ພາຍໃນໂຮງໝໍມະໂຫສົດ.  

ໃນທຸກໆປີ ໂຮງໝໍມະໂຫສົດຈະມີການຈັດງານພິທີສະເຫຼີມສະຫຼອງ ປີລະ02 ຄັ້ງ ບໍ່ວ່າ ຈະເປັນວັນແມ່ຍິງສາກົນວັນທີ 8 ມີນາ ແລ ະວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັທີ20 ກໍລະກົດ ເພື່ອເປັນການເຜີຍແຜ່ ເຊື່ອມຊືມປະຫວັດການກຳເນີດ, ການເຕີບໃຫຍ່, ການຂະຍາຍຕົວຂອງອົງການຈັດຕັ້ງສະພັນແມ່ຍິງລາວ, ໃຫ້ສະມາຊິກສະຫະພັນແມ່ຍິງແຕ່ລະພາກສ່ວນໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງເພື່ອເປັນການປຸກລະດົມ, ຈິດສຳນຶກໃນການອານຸລັກຮັກສາ ແລະ ເສີມຂະຍາຍຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວບັນດາເຜົ່າ ເພື່ອເພີ່ມທະວີຄວາມຮັບຜິດຊອບ ຂອງຄະນະ ແລະ ສະມາຊິກສະຫະພັນແມ່ຍິງ ໃນການຈັດຕັ້ງປະຕິບັດຄຳຂວັນ ແລະ ຂໍ້ແຂ່ງຂັນ 03 ດີຂອງສະຫະພັນແມ່ຍິງລາວ.

error:
Scroll to Top