ພະແນກພະຍາດປອດ ແລະ ວັນນະໂລກ, ໂຮງໝໍມະໂຫສົດ ເປັນພະແນກໜຶ່ງ ທີ່ປິ່ນປົວພະຍາດລະບົບຫາຍໃຈ, ແລະ ມີການສ່ອງຫຼອດປອດ (Bronchoscopie) ດ້ວຍເຄື່ອງອຸປະກອນການແພດທີ່ທັນສະໄໝ ເພື່ອກວດເບິ່ງລະບົບທາງເດີນຫາຍໃຈ ໃນການບົ່ງມະຕິພະຍາດ ແລະ ປິ່ນປົວ. ການສ່ອງຫຼອດປອດ ແມ່ນຫັດຖະການທາງການແພດ ທີ່ມີຄວາມສ່ຽງຕຳ ທີ່ຊ່ວຍໃຫ້ທ່ານໝໍໄດ້ກວດເບິ່ງລະບົບທາງເດີນຫາຍໃຈ ແລະ ປອດຂອງຄົນເຈັບ, ພະຍາດທີ່ພົບເຫັນໃນການສ່ອງຫຼອດປອດ ສ່ວນຫຼາຍແມ່ນພົບພະຍາດມະເຮັງປອດ ແລະ ຫຼອດປອດ,ພະຍາດວັນນະໂລກ, ອັກເສບປອດ, ປອດຕິດເຊື້ອລາ, ວັດຖຸແປກປອມ ແລະ ອື່ນໆ.
ວັນທີ 09 ກໍລະກົດ 2025 ພະແນກພະຍາດປອດ ແລະ ວັນນະໂລກ ໄດ້ເຮັດຫັດຖະການ ການສ່ອງຫຼອດປອດ (Bronchoscopie) ຄົນເຈັບ ເພດຍິງ ອາຍຸ 71 ປີ ບ້ານໃຫຍ່, ເມືອງບໍ່ແຕນ, ແຂວງໄຊຍະບູລີ. ເພື່ອກວດເບິ່ງລະບົບທາງເດີນຫາຍໃຈຂອງປອດ ແລະ ເກັບຕົວຢ່າງ ໄປວິໃຈຫາພະຍາດເພື່ອບົ່ງມະຕິພະຍາດ ແລະ ປິ່ນປົວຕາມຫຼັກວິຊາການ. ການສ່ອງຫຼອດປອດ ແມ່ນນຳໃຊ້ເຄື່ອງອຸປະກອນການແພດທີ່ທັນສະໄໝ, ສ່ອງຜ່ານກ້ອງທີ່ມີຂະໜາດນ້ອຍ, ການສ່ອງຫຼອດປອດແມ່ນໃຊ້ເວລາ 20-40 ນາທີ, ການສ່ອງແມ່ນສ່ອງຜ່ານທາງຊ່ອງດັງຂອງຄົນເຈັບ, ຈະມີການພົ່ນມຶນສະເພາະທີ່ເພຶ່ອຫຼຸດຜ່ອນການເຈັບປວດຂອງຄົນເຈັບ ແລະ ເປັນທີ່ເພິ່ງພໍໃຈຂອງຜູ້ທີ່ມາໃຊ້ບໍລິການສຸຂະພາບ ຢູ່ໂຮງໝໍມະໂຫສົດ.



