ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ.

ວັນທີ 11 ກໍລະກົດ 2025 ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ພ້ອມດ້ວຍຄະນະ ແລະ ທີມງານ ລົງຢ້ຽມຢາມ, ພົບປະໂອ້ລົມ ແລະ ເຮັດວຽກ ຢູ່ໂຮງໝໍມະໂຫສົດ ໂດຍການຮັບຕ້ອບຂອງຜູ້ອຳນວຍການ, ຄະນະອຳນວຍການ, ຄະນະພັກ, ຄະນະສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ຄະນະຂະແໜງ, ທ່ານໝໍ ແລະ ພະຍາບານ.

          ທ່ານ ປອ.. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະ ໄດ້ລາຍງານປະຫວັດຄວາມເປັນມາ, ວຽກງານການບໍລິການສຸຂະພາບອັນພົ້ນເດັ່ນ ແລະ ສະພາບລວມຂອງໂຮງໝໍມະໂຫສົດ ໃນການຈັດຕັ້ງປະຕິບັດຜ່ານມາ.

ພິເສດແມ່ນ ທ່ານ . ໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ມີຄຳເຫັນ, ຍ້ອງຍໍຊົມເຊີຍ ບັນດາແພດໝໍ, ພະຍາບານ ແລະ ໃຫ້ທິດຊີ້ນຳຕໍ່ກັບການຍົກສູງ ຢຶດໝັ້ນ ໃນຈັນຍາບັນ, ຈັນຍາທຳວິຊາຊີບຂອງຕົນ, ການຄຸ້ມຄອງການບໍລິຫານ, ວິຊາການ ແລະ ຄວາມຮັບຜິດຊອບໃນການປິ່ປົວພະຍາດໃຫ້ແກ່ພໍ່ແມ່ປະຊາຊົນ ຂອງການບໍລິການຕາມນະໂຍບາຍຫ້າດີ ໜຶ່ງພໍໃຈພ້ອມກັນທ່ານ ລັດຖະມົນຕີກະຊວງສາທາລະນະສຸກ ກໍ່ໄດ້ຢ້ຽມຢາມໂຮງໝໍ ພາກສ່ວນທີ່ຍັງບໍ່ທັນສຳເລັດສົມບູນ ແລະ ໃຫ້ທິດຊີ້ນຳ ໃຫ້ໂຮງໝໍເຮັດບົດລາຍງານພ້ອມແຜນ ທີ່ຕ້ອງການປະກອບໃສ່ໃຫ້ສຳເລັດ ໃນພາກສ່ວນທີ່ຍັງບໍ່ສຳເລັດ, ຊຸກຍູ້ ແລະ ຕິດຕາມການບໍລິການສຸຂະພາບແຕ່ລະພະແນກພາຍໃນໂຮງໝໍມະໂຫສົດ.

error:
Scroll to Top