ວັນທີ 20 ມິຖຸນາ 2025 ໂຮງໝໍມະໂຫສົດ ຈັດພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ ຄົບຮອບ 60 ປີ ຂອງໂຮງໝໍມະໂຫສົດ (18 ມິຖຸນາ 1965 – 18 ມິຖຸນາ 2025) ໂດຍມີ ທ່ານ ປອ.ດຣ. ຊູຊາດ ວົງພະຈັນ
ຜູ້ອຳນວຍການໂຮງໝໍມະໂຫສົດ ພ້ອມດ້ວຍຄະນະອຳນວຍການ, ຄະນະພັກ, ຄະນະສາມອົງການຈັດຕັ້ງມະຫາຊົນ, ຄະນະພະແນກ, ພະນັກງານອາວຸໂສບຳນານ, ພະນັກງານແພດໝໍ, ພະຍາບານ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ກໍ່ໄດ້ເຂົ້າຮ່ວມ.
ທ່ານ ປອ.ດຣ. ຊູຊາດ ວົງພະຈັນ ຜູ້ອຳນວຍການໂຮງມໍມະໂຫສົດ ໄດ້ກ່າວວ່າ: ດັ່ງທີ່ຮູ້ກັນແລ້ວວ່າ ວັນສາທາລະນະສຸກລາວ ແມ່ນກົງກກັບວັນທີ 18 ມິຖຸນາ ຂອງທຸກໆປີ ເຊິ່ງແມ່ນວັນທີ່ມີຄວາມໝາຍທາງປະຫວັດສາດ ໄດ້ຖຶກກຳນົດຂຶ້ນ
ເພື່ອເປັນການລະນຶກເຖິງຜົນງານ ແລະ ຄຸນງາມຄວາມດີຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືສະໄໝປົກປັກຮັກສາ ສ້າງສາພັດທະນາປະເທດຊາດ ເພື່ອປຸກລະດົມມວນຊົນໃຫ້ເຫັນຄວາມສຳຄັນ, ເຂົ້າໃຈ ແລະ ເປັນເຈົ້າການໃນການສົ່ງເສີມການບໍລິການຮັກສາສຸຂະພາບ ຂອງຄອບຄົວ ແລະ ສັງຄົມ ເພື່ອຈາລຶກບຸນຄຸນຂອງແພດໝໍ ແລະ ພະນັກງານສາທາລະນະສຸກລາວ
ທີ່ເສຍສະຫຼະອຸທິສະຕິປັນຍາ ແລະ ເຫືອແຮງໃນການປະຕິບັດໜ້າທີ່ໃນແຕ່ລະໄລຍະ
ພິທີສະເຫຼີມສະຫຼອງ ວັນສາທາລະນະສຸກລາວ ໃນແຕ່ລະປີ ໂຮງໝໍມະໂຫສົດ ແມ່ນໄດ້ມີການເຕົ້າໂຮມການຈັດຕັ້ງພິທີສະເຫຼີມຫຼອງ ຂອງວັນດັ່ງກ່າວໄດ້ຢ່າງຟົດຟື້ນ ເຊັ່ນ: ມີການຈັດກິດຈະກຳແຂ່ງຂັນກິລາ, ສິລະປະວັນນະຄະດີ, ແລະ ແຂ່ງຂັນບົດຄົ້ນຄ້ວາວິທະຍາສາດ ທາງດ້ານວິຊາການອັນພົ້ນເດັ່ນຂອງແຕ່ລະພະແນກ ຂອງໂຮງໝໍມະໂຫສົດ.




